ປະທານປະເທດເຈືອງເຕີນຊາງຕ້ອນຮັບຜູ້ວ່າການແຂວງPrimorie,ສະຫະພັນລັດເຊຍ

ປະທານປະເທດເຈືອງເຕີນຊາງຕ້ອນຮັບຜູ້ວ່າການແຂວງPrimorie,ສະຫະພັນລັດເຊຍ - ảnh 1
ປະທານປະເທດເຈືອງເຕີນຊາງຕ້ອນຮັບຜູ້ວ່າການແຂວງPrimorie,
ສະຫະພັນລັດເຊຍ
(ພາບ: Nguyễn Khang/TTXVN)

(vovworld) –  ວັນ​ທີ 29/3, ​ໃນ​ການ​ຕ້ອນຮັບ​ທ່ານ V. Miklushevskiy, ຜູ້​ວ່າການ​​ແຂວງ Primorie, ສະຫະພັນ​ລັດ​ເຊຍ ພວມ​ຢ້ຽມຢາມ ​ແລ​ະ ​ເຮັດ​ວຽກ​ຢູ່ ຫວຽດນາມ, ທ່ານ ​ເຈືອງ​ເຕີນ​ຊາງ, ປະທານ​ປະ​ເທດ ຫວຽດນາມ ​ໄດ້​ຕີ​ລາຄາ​ສູງ​ໝາກຜົນ​ແຫ່​ງການ​ເຮັດ​ວຽກ​ລະຫວ່າງ​ທ່ານ​ຜູ້​ວ່າການ​ແຂວງ ກັບ​ການ​ນຳ​ນະຄອນ ຮ່າ​ໂນ້ຍ. ທ່ານ​ປະທານ​ປະ​ເທດ ຖື​ວ່າ: ການ​ພົວພັນ​ຮ່ວມ​ມື​ລະຫວ່າງ Primorie ​ແລະ ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ​ໄດ້​ມີ​ການ​ຫັນ​ປ່ຽນ​ຕາມ​ທິດ​ຕັ້ງໜ້າ, ສະ​ແດງ​ໃຫ້​ເຫັນ​ຜ່ານ​ຈຳນວນ​ນັກ​ສຶກສາ ​ແລະ ວິ​ສາ​ຫະກິດ ຫວຽດນາມ ​ໄປ Primorie ຮຳ່ຮຽນ ​ແລະ ຊອກ​ຫາ​ກາລະ​ໂອກາດ​ຮ່ວມ​ມື​ນັບ​ມື້​ນັບ​ຫຼາຍ. ທ່ານ​ປະທານ​ປະ​ເທ​ດ ສະ​ເໜີ​ອຳນາດ​ການ​ປົກຄອງ​ແຂວງ Primorie ​ເປີດ​ກ້ວາງ​ຕະຫຼາດ, ​ເຊື່ອມ​ຕໍ່​ກັບ​ບັນດາ​ເຂດ​ອ້ອມ​ຂ້າງ, ​ເພື່ອ​ໃຫ້​ສິນຄ້າ​ຂອງ ຫວຽດນາມ ສຳ​ຜັດ​ກັບ​ເຂດ​ຕາ​ເວ​ັນອອກ​ໄກ​ຂອງ​ລັດ​ເຊຍ​. ທ່ານ ​ເຈືອງ​ເຕີນ​ຊາງ ຢັ້ງຢືນ​ວ່າ: ບັນດາ​ກະຊວງ, ຂະ​ແໜງ​ການ ຫວຽດນາມ ຈະ​ສ້າງ​ເງື່ອນ​ໄຂ​ຫຼາຍ​ທີ່​ສຸດ​ເພື່ອ​ໃຫ້​ວິ​ສາ​ຫະກິດ 2 ປະ​ເທດ​ເພີ່ມ​ທະວີ​ການ​ຮ່ວມ​ມື.


ຂ່າວ/ບົດ​ອື່ນ