ປະທານປະເທດເຈືອງເຕີ່ນຊາງຕ້ອນຮັບຫົວໜ້າອົງການໄອຍະການສູງສຸດສປປເກົາຫຼີ

ປະທານປະເທດເຈືອງເຕີ່ນຊາງຕ້ອນຮັບຫົວໜ້າອົງການໄອຍະການສູງສຸດສປປເກົາຫຼີ - ảnh 1
(ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ
ແລະ ທ່ານ​ຫົວໜ້າ​ອົງການ​ໄອຍະ​ການ​ສູງ​ສຸດ Jang Byong Gyu)


(vovworld) – ​ຕອນ​ເຊົ້າ​ວັນ​ທີ 02/12 ຢູ່​ສຳນັກງານ​ປະທານ​ປະ​ເທດ ຫວຽດນາມ, ທີ່​ການ​ຕ້ອນຮັບ ​ເນື່ອງ​ໃນ​ໂອກາດ​ຄະນະ​ຜູ້​ແທນ​ອົງການ​ໄອ​ຍະ​ການ​ສູງ​ສຸດ ສປປ ​ເກົາຫຼີ ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ ຢືນຢັນ​ວ່າ: ການ​ນຳ​ພັກ, ລັດ ຫວຽດນາມ ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​ສະໜັບສະໜູນ ​ແລະ ສ້າງ​ທຸກ​ເງື່ອນ​ໄຂ ​ເພື່ອ​ໃຫ້ 2 ຝ່າຍ​ເພີ່ມ​ທະວີ​ບັນດາ​ໂຄງການ​ສົມທົບ​ກັນ​ໃຫ້​ດີ​ຍິ່ງ​ກ່ວາ​ອີກ. ​ເອົາ​ໃຈ​ໃສ່​ເຖິງ​ການ​ເຄື່ອນ​ໄຫວ​ສຳ​ຫລວດ​ຂອງ​ຄະນະ​ຢູ່​ບັນດາ​ແຂວງ, ນະ​ຄອນ​ຂອງ ຫວຽດນາມ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ສະ​ເໜີ​ບັນດາ​ສະມາຊິກ​ຈົ່ງ​ລົງ​ເລິກ​ຕົວ​ຈິງ, ນຳ​ສະ​ເໜີ​ຂໍ້​ລິ​ເລີ່​ມ, ​ເພື່ອ​ໃຫ້ 2 ອົງການ​ໄອ​ຍະ​ການ​ມີ​​ເນື້ອ​ໃນການ​ຮ່ວມ​ມື, ພົວພັນແລກປ່ຽນ​ຫລາຍ​ຕື່ມ​ອີກ.

        ສ່ວນ​ທ່ານ​ຫົວໜ້າ​ອົງການ​ໄອຍະ​ການ​ສູງ​ສຸດ Jang Byong Gyu ຖື​ວ່າ: ​ໃນ​ໄລຍະ​ຜ່ານ​ມາ, 2 ປະ​ເທດ​ມີ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ຄື: ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ, ລົງ​ນາມ​ບັນດາ​ຂໍ້​ຕົກລົງ​ຮ່ວມ​ມື, ພົບ​ປະ​ແລກປ່ຽນ…​ເພື່ອ​ນຳ​ການ​ພົວພັນ ສປປ ​ເກົາຫຼີ ​ແລະ ຫວຽດນາມ ສືບ​ຕໍ່​ມີ​ບັນດາ​ບາດກ້າວ​ພັດທະນາ​ອັນ​ດີງາມ. ທ່ານJang Byong Gyu ໝັ້ນ​ໝາຍ​ວ່າ: ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ເພີ່ມ​ພູນຄູນສ້າງ​ສາຍພົວພັນ​ມິດຕະພາບທີ່​ເປັນ​ມູນ​ເຊື້ອ​​ລະຫວ່າງ 2 ປະ​ເທດ, 2 ຊົນ​ຊາດ​ໃຫ້​ດີ​ຍິ່ງໆ​ຂຶ້ນ.


ຂ່າວ/ບົດ​ອື່ນ