ປະທານປະເທດເຈືອງເຕີນຊາງພົບປະກັບຜູ້ມີສິດເລືອກຕັ້ງນະຄອນໂຮ່ຈິມິນ

ປະທານປະເທດເຈືອງເຕີນຊາງພົບປະກັບຜູ້ມີສິດເລືອກຕັ້ງນະຄອນໂຮ່ຈິມິນ - ảnh 1
ທ່ານປະທານປະເທດເຈືອງເຕີນຊາງ
ພົບປະກັບຜູ້ມີສິດເລືອກຕັ້ງນະຄອນໂຮ່ຈິມິນ
(ພາບ: nld.com.vn)


​(vovworld) – ​ໂດຍ​ປະຕິບັດ​ລາຍການ​ພົບ​ປະ​ກັບ​ຜູ້ມີ​ສິດ​ເລືອກ​ຕັ້ງ ກ່ອນ​ຈັດກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 9, ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດທີ 13, ວັນ​ທີ 16/05, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ພ້ອມ​ກັບຄະນະສະມາຊິກ​ສະພາ​ແຫ່ງ​ຊາດ ຫົວໜ່ວຍ​ເລືອກ​ຕັ້ງ​ເລກ 1, ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ນະຄອນ​ໂຮ່ຈິ​ມິນ​ ​ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ 1. ບັນດາຜູ້​ມີ​ສິດ​ເລືອກ​ຕັ້ງ​ຊົມ​ເຊີຍ​ກອງ​ປະຊຸມ​ຄັ້ງ​ນີ້ ​ໄດ້​ປຶກສາ​ຫາລື​ບັນດາ​ເນື້ອ​ໃນ​ສຳຄັນ​ໃ​ນ​ວຽກ​ງານປັບປຸງ​ຈັດ​ລັດ​, ຕີ​ລາຄາ​ສະພາບ​ເສດຖະກິດ​ສັງຄົມ ​​ແນ​ໃສ່​ຊອກ​ຫາ​ມາດ​ຕະການ​​ພັດທະນາ​ໃນ​ຊຸມ​ເດືອນ​ທ້າຍ​ປີ 2015.

      ​ເມື່ອ​ແລກປ່ຽນ​ກັບຜູ້​ມີ​ສິດ​ເລືອກ​ຕັ້ງ​ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ​ສັງຄົມ, ທ່ານ​ປະທານ​ປະ​ເທດ ​ເນັ້ນ​ໜັກ​ວ່າ, ພາຍຫຼັງ​ໄລຍະ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່, ປະ​ເທດ​ບັນລຸ​ໄດ້​ບັນດາ​ຜົນງານ​ຢ່າງ​ໃຫຍ່​ຫຼວງ, ບົດບາດ, ທີ່​ຕັ້ງ​​ຂອງ​ຫວຽດນາມ ນັບ​ມື້​ນັບ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ບົນ​ເວທີ​ສາກົນ, ​ແຕ່​ຍັງ​ທີ​ສິ່ງ​ຈຳກັດ​ທີ່​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ຢູ່. ທ່ານ​ປະທານ​ປະ​ເທດ​ໄດ້​ຮັບ​ຮູ້​ຄຳ​ເຫັນ​ຂອງຜູ້​ມີ​ສິດ​ເລືອກ​ຕັ້ງ​ກ່ຽວ​ກັບ​ການ​ພັດທະນາ​ອຸດສາຫະກຳ, ວຽກ​ງານ​ຊັບຊ້ອນພະນັກງານ, ປະກອບ​ຄຳ​ເຫັນ​ໃສ່​ເອກະສານ​ຍື່ນ​ສະ​ເໜີ​ຕໍ່​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ພັກ​ກອມ​ມູນິດ​ຫວຽດນາມ ຊຸດ​ທີ 12 ຈະ​ມາ​ເຖິງ. ​ເມື່ອ​ເຕື້ອງ​ເຖິງ​ບົດບາດ​ຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ, ຂອງ​ບັນດາ​ອົງການ, ຄະນະ, ຂະ​ແໜງ​ການ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ​ຖື​ວ່າ, ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້ ວຽກ​ງານ​ຕິດຕາມ​ກວດກາ​ຂອງ​ສະພາ​​ແຫ່ງ​ຊາດ, ບັນດາ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ແຮງ ​ແຕ່ປະສິດທິ​ຜົນ​ພາຍຫຼັງ​ການ​ຕິດຕາມ​ກວດກາ​ຍັງ​ບໍ່​ທັນ​ສູງ. ສະ​ນັ້ນ, ຕ້ອງ​ປ່ຽນ​ໃໝ່​ໃນ​ການ​ປະຕິບັດ​ບົດບາດໜ້າ​ທີ່​ສຳຄັນ​ນີ້​ຂອງ​ສະພາ​ແຫ່ງ​ຊາດ.

      ສຳລັບ​ວຽກ​ງານສ້າງ​ກົດໝາຍ, ​ໃນ​ນັ້ນ​ມີ​ປະ​ມວນ​ກົດໝາຍ​​ແພ່ງ (ສະບັບ​ປັບປຸງ) ມີການກະທົບ​​ເຖິງ​ປະຊາຊົນ​ທຸກ​ຄົນ, ທ່ານ​ປະທານ​ປະ​ເທດ​ໃຫ້​ຮູ້​ວ່າ ຮ່າງ​ປະ​ມວນ​ກົດໝາຍ​​ແພ່ງ (ສະບັບ​ປັບປຸງ) ຈະ​ຖືກນຳ​ມາ​ຮັບ​ເອົາ​ຄຳ​ເຫັນ​ຈາກ​ປະຊາ​ຊົນ​ເພື່ອ​ໃຫ້​ມີ​ລັກສະນະ​ເປັນ​ໄປ​ສູງ.

ຂ່າວ/ບົດ​ອື່ນ