(ທ່ານປະທານປະເທດຫວຽດນາມ ພົບປະເຈລະຈາ
ກັບທ່ານປະທານາທິບໍດີ ອີຣານ)
(vovworld) – ໂດຍສືບຕໍ່ເຂົ້າຮ່ວມກອງປະຊຸມຄົບຄະນະຄັ້ງທີ 4 ແລະ ທີ 5 ຂອງກອງປະຊຸມຂັ້ນສູງອາຊີ-ອາຟະລິກາ. ວັນທີ 23/4, ທ່ານປະທານປະເທດຫວຽດນາມ ເຈືອງເຕິນ ຊາງ ໄດ້ມີການພົບປະເຈລະຈາກັບທ່ານປະທານາທິບໍດີ ອິຣານ Hassan Rouhani, ທ່ານປະທານຄະນະປະຈຳກອງປະຊຸມປະຊາຊົນສູງສຸດ ສປປ.ເກົາຫຼີ Kim Yong Nam ແລະ ໃຫ້ການຕ້ອນຮັບທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ MoZambique Oldemiro Baloi.
ທີ່ການພົບປະເຈລະຈາກັນທ່ານປະທານາທິບໍດີ ອີຣານ Hassan Rouhani, ທ່ານປະທານປະເທດຫວຽດນາມ ເຈືອງເຕິນຊາງ ຢືນຢັນວ່າ: ຫວຽດນາມ ຖືເປັນສຳຄັນການພັດທະນາສາຍພົວພັນຮ່ວມມືຫຼາຍດ້ານກັບ ອີຣານ. ການນຳທັງ 2 ທ່ານ ເຫັນດີເປັນເອກະສັນເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ ແລະ ສືບຕໍ່ປັບປຸງການພົວພັນດ້ານການເມືອງ, ມິດຕະພາບທີ່ດີງາມລະຫວ່າງສອງຝ່າຍ. ທ່ານປະທານາທິບໍດີ Hassan Rouhani ປາດຖະໜາວ່າ: 2 ປະເທດເພີ່ມທະວີການຮ່ວມມືຫຼາຍດ້ານ, ພິເສດແມ່ນດ້ານເສດຖະກິດ ແລະ ວັດທະນະທຳ.
ທີ່ການພົບປະກັບທ່ານປະທານຄະນະປະຈຳກອງປະຊຸມປະຊາຊົນສູງສຸດ ສປປ.ເກົາຫຼີ Kim Yong Nam. 2 ຝ່າຍເຫັນດີເປັນເອກະສັນສືບຕໍ່ການພົບປະ, ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເສີມຂະຫຍາຍປະສິດທິຜົນຂອງກົນໄກຄະນະກຳມະການລະຫວ່າງລັດຖະບານ. 2 ຝ່າຍສືບຕໍ່ແລກປ່ຽນ, ຊອກຫາມາດຕະການຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການຂຸດຄົ້ນທ່າແຮງຂອງແຕ່ລະປະເທດເປັນຢ່າງດີ. ການນຳທັງ 2 ທ່ານ ກໍ່ເຫັນດີນຳກັນວ່າ: 2 ປະເທດສືບຕໍ່ຮັກສາການແລກປ່ຽນ, ການພົບປະ ແລະ ສົມທົບກັນໃນບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນຂະບວນການບໍ່ຮ່ວມກຸ່ມ.
ທີ່ການຕ້ອນຮັບທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ MoZambique Oldemiro Baloi, ທ່ານປະທານປະເທດຫວຽດນາມ ເຈືອງເຕິນຊາງ ຖືວ່າ: 2 ປະເທດຄວນຍູ້ແຮງການຮ່ວມມື 2 ຝ່າຍໃນບັນດາຂົງເຂດການຄ້າ, ໂທລະຄົມ, ກະສິກຳ, ສາທາລະນະສຸກ, ການສຶກສາ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດກ່ວາອີກ. ທ່ານປະທານປະເທດຫວຽດນາມ ເຈືອງເຕິນຊາງ ສະເໜີ 2 ປະເທດສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສສາກົນ.