ປະທານປະເທດເຈືອງເຕີ໋ນຊາງພົບປະເຈລະຈາກັບເລຂາທິການໃຫຍ່ສປຊBanKimoon
ທ່ານປະທານປະເທດ ຫວຽດນາມ ເຈືອງເຕີ໋ນຊາງ ພົບປະກັບ
ທ່ານເລຂາທິການໃຫຍ່ ສະຫະປະຊາຊາດ Ban Ki – moon
(ພາບ: tranluu)
(vovworld) – ວັນທີ 24/9, ພາຍຫຼັງໄປຮອດ ນິວຢອກ, ສະຫະລັດ ອາເມລິກາ, ເຂົ້າຮ່ວມກອງປະຊຸມສຸດຍອດສະຫະປະຊາຊາດ (ສປຊ), ທ່ານປະທານປະເທດ ຫວຽດນາມ ເຈືອງເຕີ໋ນຊາງ ໄດ້ມີການພົບປະເຈລະຈາກັບທ່ານເລຂາທິການໃຫຍ່ ສະຫະປະຊາຊາດ Ban Ki – moon ທີ່ສຳນັກງານສະຫະປະຊາຊາດ. ທີ່ການພົບປະເຈລະຈາ, ການນຳ 2 ທ່ານເຫັນດີເປັນເອກະສັນຖືວ່າ ກອງປະຊຸມສຸດຍອດ ສະຫະປະຊາຊາດ ຮັບຮອງເອົາໂຄງການດຳເນີນງານ 2030 ມີຄວາມໝາຍສຳຄັນທີ່ສຸດສຳລັບການພັດທະນາຂອງທຸກປະເທດ ແລະ ສະຫະປະຊາຊາດໃນ 15 ປີຈະມາເຖິງ. ທ່ານປະທານປະເທດ ເຈືອງເຕີ໋ນຊາງ ຢືນຢັນວ່າ: ຈາກບົດຮຽນປະຕິບັດສຳເລັດຫລາຍຈຸດໝາຍສະຫັດສະວັດ, ຫວຽດນາມ ຕັດສິນໃຈນຳທັດສະນະພັດທະນາແບບຍືນຍົງກາຍເປັນກຳນົດທິດເປັນປະຈຳ ແລະ ຍາວນານ. ທ່ານປະທານປະເທດ ເຈືອງເຕີ໋ນຊາງ ສະເໜີ ທ່ານເລຂາທິການໃຫຍ່ ສະຫະປະຊາຊາດ ໜູນຊ່ວຍ ຫວຽດນາມ ປະຕິບັດໂຄງການດຳເນີນງານ 2030 ສຳເລັດຜົນ. ດ້ວຍແຜນນະໂຍບາຍເປັນສະມາຊິກຕັ້ງໜ້າ, ມີຄວາມຮັບຜິກຊອບຂອງປະຊາຄົມສາກົນ, ຫວຽດນາມ ໃຫ້ຄຳໜັ້ນສັນຍາປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມຂອງມະນຸດໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ກໍຄືຈະມີການປະກອບສ່ວນຢ່າງລະອຽດຕື່ມອີກໃນການເຄື່ອນໄຫວຮັກສາສັນຕິພາບຂອງ ສະຫະປະຊາຊາດ. ທ່ານ Ban Ki – moon ເຊື່ອໝັ້ນວ່າ: ຫວຽດນາມ ຈະສືບຕໍ່ປະຕິບັດບັນດາຄາດໝາຍພັດທະນາແບບຍືນຍົງໄລຍະແຕ່ນີ້ຮອດປີ 2030 ສຳເລັດຜົນ. ກ່ຽວຂ້ອງເຖິງບັນດາບັນຫາພາກພື້ນ ເຊິ່ງທັງສອງຝ່າຍຕ່າງມີຄວາມສົມໃຈ, ທ່ານປະທານປະເທດ ເຈືອງເຕີ໋ນຊາງ ສະເໜີທ່ານເລຂາທິການໃຫຍ່ ສະຫະປະຊາຊາດ ສືບຕໍ່ມີທັດສະນະສະໜັບສະໜູນ ແລະ ຊຸກຍູ້ການແກ້ໄຂບັນດາຄວາມຂັດແຍ້ງກັນດ້ວຍສັນຕິວິທີ ທີ່ເໝາະສົມກັບກົດໝາຍສາກົນ. ທ່ານເລຂາທິການໃຫຍ່ ສະຫະປະຊາຊາດ Ban Ki – moon ຢືນຢັນວ່າ: ການຂັດແຍ້ງກັນຢູ່ທະເລຕາເວັນອອກຕ້ອງໄດ້ຮັບການແກ້ໄຂດ້ວຍບັນດາມາດຕະການສັນຕິພາບ, ບົນພື້ນຖານສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ແລະ DOC, ກ້າວໄປເຖິງ COC.