(ທ່ານປະທານປະເທດ ເຈືອງເຕິ໋ນຊາງ
ຮັດວຽກຢູ່ນະຄອນຫາຍຝ່ອງ)
(vovworld) - ວັນທີ 1/3, ທ່ານປະທານປະເທດ ເຈືອງເຕິ໋ນຊາງ ພ້ອມກັບຄະນະປະຕິບັດງານສູນກາງໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫາຍຝ່ອງ ເພື່ອແນໃສ່ສຳຫຼວດສະພາບການດຶງດູດທຶນ, ພັດທະນາເຂດອຸດສາຫະກຳ, ເຂດເສດຖະກິດຈຸດສຸມຢູ່ທາງທິດຕາເວັນອອກສ່ຽງເໜືອຂອງປະເທດ. ເມື່ອເຮັດວຽກກັບການນຳນະຄອນ ຫາຍຝ່ອງ, ທ່ານປະທານປະເທດ ເຈືອງເຕິ໋ນຊາງ ສະເໜີ: ດ້ວຍທີ່ຕັ້ງ, ບົດບາດຂອງຕົນ, ຫາຍຝ່ອງຄວນເປັນເຈົ້າການໃນການສະເໜີ, ແກ້ໄຂດ້ານກົນໄກ, ນະໂຍບາຍໃນການລົງທຶນພັດທະນາໃຫ້ເຂດເສດຖະກິດຈຸດສຸມທາງທິດຕາເວັນອອກສ່ຽງເໜືອ. ທ່ານປະທານໃສ່ໃຈນະຄອນ ຄວນເອົາໃຈໃສ່ສ້າງໂຄງປະກອບແຫຼ່ງທຶນຄືນໃໝ່, ຍູ້ແຮງການດຶງດູດແຫຼງກຳລັງນອກລັດ, ສັງຄົມເພື່ອລົງທຶນກໍ່ສ້າງບັນດາກິດຈະກຳໂຄງລ່າງທີ່ສຳຄັນ, ທ່ານກໍ່ສະເໜີບັນດາກະຊວງ, ຂະແໜງການສູນກາງ ຄວນສົມທົບກັບນະຄອນຄິດໄລ່ສຸມໃສ່ແຫຼ່ງກຳລັງລົງທຶນເພື່ອໃຫ້ທ່າກຳ່ປັ່ນ ດິ່ງຫວູ - ແລກຮ່ວນ ມີປະສິດທິຜົນ ແລະ ຕອບສະໜອງການພັດທະນາໄລຍະຍາວ ແລະ ໝັ້ນຄົງ.
ຢູ່ນະຄອນ ຫາຍຝ່ອງ, ທ່ານປະທານປະເທດ ເຈືອງເຕິ໋ນຊາງ ກໍ່ໄດ້ໄປຖະຫວາຍທູບທຽນຢູ່ເຂດຮ່ອງຮອຍປະຫວັດສາດວິຫານ ຈ່າງເກງ, ເມືອງ ຖູຍງວຽນ, ເຊິ່ງແມ່ນແຫ່ງທີ່ເປັນຂີດໝາຍມະຫາໄຊ 3 ຄັ້ງຢູ່ແມ່ນ້ຳ ແບກດັ່ງ ໃນປະຫວັດສາດຂອງຊາດ ຫວຽດນາມ.
ທ່ານປະທານປະເທດ ເຈືອງເຕິ໋ນຊາງ ກໍ່ລົງຢ້ຽມຢາມໂຄງການລົງທຶນຂອງບໍລິສັດ LG Electronis ຫວຽດນາມ - ຫາຍຝ່ອງ; ຢ້ຽມຢາມບໍລິສັດ VSIP ຈຳກັດ ຫາຍຝ່ອງ, ເຈົ້າຂອງລົງທຶນເຂດຕົວເມືອງ, ເຂດອຸດສາຫະກຳບໍລິການ ຫາຍຝ່ອງ ແລະ ບໍລິສັດ Kyocera ຫວຽດນາມ ໂດຍຍີ່ປຸ່ນຖືຫຸ້ນ 100%.