ປະທານປະເທດເຈືອງເຕີນຊາງສິ້ນສຸດການຢ້ຽມຢາມອາແຊກໄບຢານຢ່າງເປັນທາງການ

ປະທານປະເທດເຈືອງເຕີນຊາງສິ້ນສຸດການຢ້ຽມຢາມອາແຊກໄບຢານຢ່າງເປັນທາງການ - ảnh 1
ການເຄື່ອນໄຫວຂອງທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ
ຢູ່ອາເຊັກໄບຢານ
(ພາບ: TTXVN)

​(vovworld) – ຕອນ​ບ່າຍ​ວັນ​ທີ 15/05, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ພ້ອມ​ກັບ​ຄະນະຜູ້​ແທນຂັ້ນ​ສູງ​ຫວຽດນາມ ​ໄດ້​ເດີນທາງ​ອອກ​ຈາກ​ນະຄອນຫຼວງ Baku ກັບ​ເມືອ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ຢ້ຽມຢາມອາ​ແຊກໄບຢານ ​ເປັນ​ທາງ​ການ​ຢ່າງ​ຈົບງາມ. ກ່ອນ​ໜ້າ​ນັ້ນ, ທ່ານ​ປະທານ​ປະ​ເທດ ​ເຈື່ອງ​ເຕີນ​ຊາງ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄດ້​ໄປ​ຢ້ຽມຢາມ​​ໂຮງງານ Shangachang, ​ເຊິ່ງ​ແມ່ນ​ເຂດ​ກັນ​ນ້ຳມັນທັນ​ສະ​ໄໝ​ອັນ​ອັບ​ໜຶ່ງ​ຂອງ​ສ.ອາ​ແຊກໄບຢານ. ທ່ານ​ປະທານ​ປະ​ເທດ ກໍ່​ໄປ​ຢ້ຽມຢາມ​ຫໍພິພິຕະພັນ​ອະດີດ​ປະທານາທິບໍດີ Heyda Alive.

      ​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້ຕາງໜ້າ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່ອາ​ແຊກໄບຢານ. ຢູ່​ທີ່​ນີ້, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ສະ​ແດງ​ຄວາມ​ປິ​ຕິ​ຊົມຊື່ນ​ຕໍ່​ນ້ຳ​ໃຈ​ສາ​ມັກ​ຄີຂອງ​ປະຊາ​ຄົມ​ຊາວ​ຫວຽດນາມ​ ອາ​ໄສ​ຢູ່ອາ​ແຊກໄບຢານ ​ແລະ ຢືນຢັນ​ວ່າ, ພັກ ​ແລະ ລັດ​ຫວຽດນາມ ຍາມ​ໃດ​ກໍ່​ສະຫງວນ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ເລິກ​ເຊິ່ງ​ເຖິງ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ​ໃນ​ນັ້ນ​ມີ​ຊາວ​ຫວຽດນາມ ອາ​ໄສ​ຢູ່ອາ​ແຊກໄບຢານ, ຖື​ພໍ​ແມ່​ປະຊາຊົນ​ເປັນ​ພາກສ່ວນ​​ໜຶ່ງ​ທີ່ບໍ່​ອາດ​ຕັດ​ແຍກ​ອອກ​ຈາກປະ​ເທດ​ຫວຽດນາມ ​ໄດ້ ​ແລະ ​ແມ່ນ​ແຫຼ່ງກຳລັງ​ໃຫ້ການ​ພັດທະນາ​ຂອງ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ