ປະທານປະເທດເຈືອງເຕີນຊາງເຂົ້າຮ່ວມພິທີສະເຫຼີມສະຫຼອງ70ປີແຫ່ງວັນໄຊຊະນະຟາດຊິດຂອງປະຊາຊົນໂລກຢູ່ປັກກິງ
ທ່ານປະທານປະເທດເຈືອງເຕີນຊາງ
(ພາບປະກອບ)
(vovworld) – ຕອນເຊົ້າວັນທີ 03/09, ຢູ່ສະໜາມຫຼວງ ທຽນອານເມີນ ຢູ່ນະຄອນຫຼວງ ປັກກິງ, ປະເທດຈີນ, ໄດ້ດຳເນີນພິທີສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະຟາດຊິດຂອງປະຊາຊົນໂລກ. ພິທີສະເຫຼີມສະຫຼອງເທື່ອນີ້ ໄດ້ມີການເຂົ້າຮ່ວມຂອງຜູ້ນຳລັດ ແລະ ລັດຖະບານ 30 ທ່ານຂອງຫຼາຍປະເທດ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Ban Ki moon, ພ້ອມກັບບັນດາກນັກເຄື່ອນໄຫວການເມືອງ, ຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ. ທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ ໄດ້ເຂົ້າຮ່ວມ ພິທີສະເຫຼີມສະຫຼອງນີ້.
ກ່າວຄຳເຫັນທີ່ພິທີ, ທ່ານເລຂາທິການໃຫຍ່, ປະທານປະເທດສ.ຈີນ ສີຈິນຜິງ ໄດ້ອ່ານສູນທອນພົດ ຊີ້ແຈ້ງຄວາມສຳຄັນ, ຄວາມໝາຍຂອງໄຊຊະນະລັດທິຟາດຊິດ ໃນໄລຍະ 70 ປີກອນນີ້. ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ໄດ້ຍົກໃຫ້ເຫັນຄວາມໝາຍຂອງໄຊຊະນະຟາດຊິດ ສຳລັບພາລະກິດພັດທະນາຂອງຈີນ ໃນປະຈຸບັນ ແລະ ຄວາມສຳຄັນຂອງການຮັກສາສັນຕິພາບ. ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ປາດຖະໜາວ່າຢາກກໍສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ, ຮັກສາຄວາມເປັນລະບຽບຮຽບຮ້ອຍສາກົນ ບົນພື້ນຖານເຄົາລົບກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ; ໃຫ້ຄຳໝັ້ນສັນຍາວ່າ ຈີນ ຈະຢືດໝັ້ນແນວທາງພັດທະນາສັນຕິພາບ...