ປະທານປະເທດເຈືອງເຕີນຊາງເຂົ້າຮ່ວມພິທີເປີດສະໜາມບິນອັດຕະປື
(ທ່ານປະທານປະເທດເຈືອງເຕີນຊາງ
ເຂົ້າຮ່ວມພິທີເປີດສະໜາມບິນອັດຕະປື)
(vovworld) - ໂດຍໄດ້ຮັບຄຳເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິການງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ສປປ.ລາວ ຈຸມມາລີ ໄຊຍະສອນ, ຕອນເຊົ້າວັນທີ 30/05, ທ່ານປະທານປະເທດຫວຽດນາມ ເຈືອນເຕີນຊາງ ໄດ້ເຂົ້າຮ່ວມພິທີເປີດສະໜາມບິນສາກົນ ອັດຕະປີ (ແຂວງອັດຕະປື, ພາກໃຕ້ຂອງລາວ). ນີ້ແມ່ນໂຄງການຈຸດສຸມມີຄວາມໝາຍທາງດ້ານການເມືອງ ແລະ ເສດຖະກິດທີ່ໃຫຍ່ຫຼວງ, ແມ່ນຂົວເຊື່ອມຕໍ່ດ້ານເສດຖະກິດການເມືອງ, ການປ້ອງກັນຊາດປ້ອງກັນຄວາມສະຫງົບລະຫວ່າງຫວຽດນາມ - ລາວ. ສະໜາມບິນສາກົນອັດຕະປື ແມ່ນໂຄງການຈຸດສຸມຂອງລາວ ໂດຍກຸ່ມບໍລິສັດ ຮ່ວາງແອງຢາລາຍ ອຸປະຖຳໃຫ້ລັດຖະບານລາວ ກໍ່ສ້າງຕາມຮູບແບບ BOT (ກໍ່ສ້າງ ແລະ ມອບສົ່ງ) ດ້ວຍຈຳນວນເງິນ 36 ລ້ານ USD. ກ່າວຄຳເຫັນທີ່ພິທີເປີດສະໜາມບິນສາກົນອັດຕະປື, ທ່ານປະທານປະເທດ ເຈືອງເຕີນຊາງ ເນັ້ນນັກວ່າ.
“ສະໜາມບິນສາກົນອັດຕະປື ໄດ້ຮັບການກໍ່ສ້າງດ້ວຍມາດຖານ ແລະ ຂອບຂະໜາດທັນສະໄໝ ຈະປະກອບສ່ວນສຳຄັນໃນການຍົກສູງພື້ນຖານໂຄງລ່າງຂອງແຂວງອັດຕະປື. ສະໜາມບິນບໍພຽງແຕ່ຊ່ວຍໃຫ້ການໄປມາລະຫວ່າງອັດຕະປື ກັບບັນດາທ້ອງຖິ່ນຕ່າງໆຂອງລາວ ໃຫ້ສະດວດກວ່າເທົ່ານັ້ນ, ຫາກຍັງຊ່ວຍເພີ່ມທະວີການເຊື່ອມຕໍ່ລະຫວ່າງລາວກັບຫວຽດນາມ ແລະ ບັນດາປະເທດໃນພາກພື້ນ, ສ້າງຄວາມສະດວກໃຫ້ບັນດາການເຄື່ອນໄຫວພົວພັນແລກປ່ຽນປະຊາຊົນ, ປະກອບສ່ວນຊຸກຍູ້ການພົວພັນດ້ານເສດຖະກິດ, ການລົງທຶນ, ການຄ້າກັບພາກໃຕ້ຂອງລາວອີກດ້ວຍ”.