(ພາບ: VTV)
(vovworld)- ໃນວັນທີ 1-2/06, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ໄດ້ມີການເຣັດວຽກກັບແຂວງຊອກຈັງ ກ່ຽວກັບສະພາບເສດຖະກິດສັງຄົມ, ການປະຕິບັດນະໂຍບາຍມະຫາສາມັກຄີທົ່ວປວງຊົນ ສາສະໜາ ແລະ ສະພາບຮັບມືກັບການປ່ຽນແປງ ຂອງດິນຟ້າອາກາດ. ນະທີ່ນີ້, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ໄດ້ໄປສຳຫຼວດຢູ່ໂຄງການກໍ່ສ້າງໂຮງງານໄຟຟ້າແລ່ນດ້ວຍພະລັງຄວາມຮ້ອນລອງຟູ 1. ທ່ານສະເໜີໃຫ້ແຂວງຊອກຈັງ ຈົ່ງສົມທົບກັນຢ່າງແໜ້ນແຟ້ນກັບຄະນະຄຸ້ມຄອງໂຄງການ ແລະ ບັນດາກະຊວງ ຂະແໜງການສູນກາງ ແກ້ໄຂບັນດາຂໍ້ຕັດຂັດ ເພື່ອສາມາດເລີ່ມລົງມືກໍ່ສ້າງ, ນຳໂຄງການເຂົ້າເຄືອ່ນໄຫວໂດຍໄວໃນປີ 2016. ໃນການເຮັດວຽກກັບການນຳຫຼກແຫຼ່ງແຂວງຊອກຈັງ, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ຖືວ່າ: ການນຳແຂວງຕ້ອງເປັນເຈົ້າການເພື່ອແກ້ໄຂຄວາມຫຍຸ້ງຍາກ ແລະ ສະເໜີໃນບັນດາຂັ້ນ, ຂະແໜງການຂອງແຂວງ ຕ້ອງເດັດດ່ຽວບັນດາມາດຕະການເພມື່ອຫລຸດຜ່ອນອັດຕາສ່ວນຄອບຄົວທຸກຍາກ, ໂດຍສະເພາະແມ່ນຄອບຄົວຊາວຊົນເຜົ່າສ່ວນໜ້ອຍ. ກ່ຽວກັບສະພາບການປ່ຽນແປງຂອງດິນຟ້າອາກາດ, ທ່ານປະທານປະເທດຫວຽດນາມ ເນັ້ນຫນັກເຖິງໄພອັນຕະລາຍຍ້ອນນຳທະເລຂຶ້ນສູງ, ສະນັ້ນຕ້ອງມີມາດຕະການຢ່າງທັນການເພື່ອສາມາດເປັນເຈົ້າການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.