ປະທານປະເທດເຈືອງ ເຕີນຊາງສິ້ນສຸດການ ເຂົ້າຮ່ວມກອງປະຊຸມ ຂັ້ນສູງອາເປັກ
ນັກຂ່າວ VOV ສຳພາດທ່ານບຸ່ຍແທງເຊີນ
(ພາບ: vov)
(vovworld)-ວັນທີ 11/11, ປະທານປະເທດເຈືອງເຕີນຊາງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ອອກຈາກປັກກິ່ງ, ປະເທດຈີນ, ເດີນທາງກັບເມືອຮອດນະຄອນຫຼວງຮ່າໂນ້ຍ ສິ້ນສຸດການເຂົ້າຮ່ວມກອງປະຊຸມຂັ້ນສູງເວທີປາໄສຮ່ວມມືເສດຖະກິດອາຊີ-ປາຊີຟິກ (ອາເປັກ) ຄັ້ງທີ 22 ຢ່າງຈົບງາມ. ຕອບສຳພາດຕໍ່ວົງການນັກຂ່າວ, ທ່ານບຸ່ຍແທງເຊີນ, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ: ຄະນະຜູ້ແທນຫວຽດນາມ ໄດ້ປະກອບສ່ວນຫຼາຍຢ່າງເຂົ້າໃນບັນດາບັນຫາໃຫ່ຍຂອງກອງປະຊຸມ. ຫວຽດນາມ ສະເໜີດຳເນີນການປະຕິຮູບດ້ານ ເສດຖະກິດ, ການເຕີບໂຕ, ການຮ່ວມສຳພັນຕິດພັນຢ່າງແໜ້ນແຟ້ນກັບການພັດທະນາແບບຍືນຍົງ, ບັນດາຈຸດໝາຍສະຫັດສະວັດ ແລະ ໂຄງການດຳເນີນງານພັດທະນາຫຼັງປີ 2015 ກໍ່ຄືຮັບມືກັບບັນດາສິ່ງທ້າທາຍທົ່ວໂລກ. ຜູ້ແທນຫຼາຍທ່ານເຫັນດີຕໍ່ຂໍ້ສະເໜີຂອງຫວຽດນາມ ກ່ຽວກັບເລື່ອງອາເປັກຕ້ອງຍູ້ແຮງການຮ່ວມມືດ້ານການສຶກສາ ແລະ ບຳລຸງສ້າງ, ຄູ່ຮ່ວມມືພາກລັດ, ພາກເອກະຊົນ, ຮ່ວມມືດ້ານການປະມົງ, ການໝູນໃຊ້ວິທະຍາສາດ-ເຕັກໂນໂລຊີ, ໜູນຊ່ວຍການຮ່ວມສຳພັນໃນອະນຸພາກພື້ນ, ໃນນັ້ນມີອາຊຽນ, ອະນຸພາກພື້ນແມ່ນ້ຳຂອງ…
ທ່ານປະທານປະເທດເຈືອງເຕີນຊາງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ພົບປະກັບບັນດາທ່ານປະມຸກລັດ ແລະ ການນຳບັນດາສະມາຊິກອາເປັກ, ໃນນັ້ນມີທ່ານເລຂາທິການໃຫ່ຍ, ປະທານປະເທດຈີນ ສືຈິນຜິງ, ປະທານາທິບໍດີບັນດາປະເທດຄື: ອິນໂດເນເຊຍ, ອາເມລິກາ, ຟິລິບປິນ, ຈີເລ, ເປຣູ, ລັດເຊຍ, ສ.ເກົາຫຼີ…ນາຍົກລັດຖະມົນຕີບັນດາປະເທດຄື: ຍີ່ປຸ່ນ, ໄທ, ນິວຊີແລນ. ທ່ານປະທານປະເທດເຈືອງເຕີນຊາງ ແລະ ການນຳບັນດາປະເທດສະມາຊິກອາເປັກ ໄດ້ແລກປ່ຽນຢ່າງເລິກເຊິ່ງກ້ວາງຂວາງກ່ຽວກັບການເພີ່ມທະວີການພົວພັນສອງຝ່າຍ ແລະ ທິດທາງສົມທົບກັນທີ່ບັນດາເວທີປາໄສຫຼາຍຝ່າຍໃນສະພາບການມີຫຼາຍບັນຫາກ່ຽວກັບຄວາມສະຫງົບປອດໄພ ແລະ ການພັດທະນາທີ່ພວມພົ້ນເດັ່ນຂຶ້ນຢູ່ພາກພື້ນ ແລະ ໃນໂລກ./.