ປະທານປະເທດ ຕ້ອນຮັບບັນດາເອກອັກຄະລັດຖະທູດເຂົ້າຍື່ນສານຕາຕັ້ງ
ທ່ານປະທານປະເທດ ເຈືອງເຕີນຊາງ
(ພາບປະກອບ: TTXVN)
(vovworld) – ຕອນບ່າຍວັນທີ 05/03, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ໃຫ້ການຕ້ອນຮັບບັນດາເອກອັກຄະລັດຖະທູດ ເປຣູ, ສະຫະພັນລັດເຊຍ, ອານເຊຣີ ແລະ ບຣາຊິນ ເຂົ້າຍື່ນສານຕາຕັ້ງຮັບໜ້າທີການທູດຢູ່ຫວຽດນາມ. ທີ່ການຕ້ອນຮັບທ່ານ Oscar Berninzon, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມເປຣູ ຄົນທຳອິດຢູ່ຫວຽດນາມ. ທ່ານປະທານປະເທດ ເຈືອງເຕີນຊາງ ຢືນຢັນວ່າ ຍາມໃດຫວຽດນາມ ກໍ່ຖືເປັນສຳຄັນການພົວພັນຮ່ວມມືກັບເປຣູ ກໍ່ຄືພາກພື້ນອາເມລິກາລາຕີນ. ເພື່ອເປີດກວ້າງການຮ່ວມມື, ທ່ານປະທານປະເທດ ສະເໜີໃຫ້ 2 ຝ່າຍສ້າງຕັ້ງຄະນະກຳມະການລະຫວ່າງລັດຖະບານ ແນໃສ່ຍົກສູງການຮ່ວມມືດ້ານເສດຖະກິດການຄ້າ.
ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດສະຫະພັນລັດເຊຍ Konstantin Vnukov, ທ່ານປະທານປະເທດ ຢືນຢັນວ່າ, ຈະສ້າງເງື່ອນໄຂສະດວກທີ່ສຸດ ເພື່ອເພີ່ມທະວີການພົວພັນຮ່ວມມືລົງທຶນດ້ານການຄ້າລະຫວ່າງ 2 ປະເທດຢ່າງແຮງ, ພິເສດແມ່ນຊຸກຍູ້ການລົງນາມໃນສັນຍາການຄ້າເສລີກັບ ພັນທະພາບພາສີ ລັດເຊຍ - ກາຢັກສຖານ - ເບລາຣຸດ, ນຳວົງເງິນການຄ້າລື່ນກ່າຍຕົວເລກ 10 ຕື້ USD.
ໃນການຕ້ອນຮັບທ່ານເອກອັກຄະລັດຖະທູດອານເຊລີ Mohamed Berrah, ທ່ານປະທານປະເທດ ສະເໜີໃຫ້ 2 ຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຮ່ວມມືໃນບັນດາເວທີປາໄສພາກພື້ນ ແລະ ສາກົນຢ່າງແໜ້ນແຟ້ນ, ພ້ອມທັງຍູ້ແຮງການຮ່ວມມືດ້ານເສດຖະກິດການຄ້າ, ສົ່ງເສີມເປີດກວ້າງການຮ່ວມມືລົງທຶນໃນຂົງເຂດນ້ຳມັນອາຍແກັສ ແລະ ຂົງເຂດອື່ນໆ.