ປະທານປະເທດ ຫວຽດນາມໄປຮອດ ນະຄອນຫຼວງ Budapest, ຮູງກາຣີ

ປະທານປະເທດ ຫວຽດນາມໄປຮອດ ນະຄອນຫຼວງ Budapest, ຮູງກາຣີ - ảnh 1
ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ
ໄປຮອດ​ນະຄອນຫຼວງ Budapest, ຮູ​ງກາຣີ
(ພາບ: vnanet.vn)


(vovworld) - ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະທານາທິບໍດີ ຮູ​ງກາຣີ Ader Janos, ຄໍ່າ​ຄືນ​ວັນ​ທີ 15 ກັນຍາ, ຕາມ​ເວລາ​ຫວຽດນາມ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ແລະ ພັນ​ລະ​ຍາ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄດ້​ໄປ​ຮອດ​ນະຄອນຫຼວງ Budapest, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ທາງ​ລັດຖະກິດ ຮູ​ງກາຣີ ​ໃນ​ລະຫວ່າງ​ວັນ​ທີ 15 – 17 ກັນຍາ. ​ການ​ຢ້ຽມຢາມ​ຄັ້ງ​ນີ້ ເພື່ອ​ແນ​ຜັນ​ຂະຫຍາຍ​ແນວທາງ​ການ​ຕ່າງປະ​ເທດ​ທີ່​ເປັນເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ຫັນ​ການ​ພົວພັນ​ສາກົນ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ ​ແລະ ຫຼາຍ​ຝ່າຍ, ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ​ຮູ​ງກາຣີ. ພາຍຫຼັງ​ໄປ​ຮອດ​ນະຄອນຫຼວງ Budapest, ທ່ານ​ປະທານ​ປະ​ເທດ ​ແລະ ພັນ​ລະ​ຍາພ້ອມ​ກັນ​ຄະນະ​ປະຕິບັດ​ງານ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ໂອ້​ລົມສົນທະນາ​ກັບ​ພະນັກງານ, ພາລະ​ກອນ​ສະຖານທູດ​ຫວຽດນາມ ​ແລະ ຜູ້ຕາງໜ້າ​ປະ​ຊາ​ຄົມ​ຊາວ​ຫວຽດນາມ ທີ່​ພວມ​ດຳລົງ​ຊີວິດ ​ແລະ ຮໍ່າຮຽນ​ຢູ່​ຮູງກາຣີ. ທີ່​ການ​ພົບ​ປະ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ​ນຊາງ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຄວາ​ມານະ​ພະຍາຍາມ​ຂອງ​ພະນັກງານ, ພາລະ​ກອນ​ສະຖານທູດ​ຫວຽດນາມ, ກໍ່​ຄື​ຄວາມ​ສາມັກຄີ, ຮ່ວມ​ແຮງ​ຮ່ວມ​ໃຈ​ຂອງ​ພໍ່​ແມ່​ປະຊາ​ຊົນ​ທີ່​ພວມ​ດຳລົງ​ຊີວິດ​ຢູ່​ຮູ​ງກາຣີ. ທ່ານ​ປະທານ​ປະ​ເທດສະ​ເໜີ​ໃຫ້​ພະນັກງານ, ພາລະ​ກອນ​ສະຖານທູດ ​ແລະ ປະຊາ​ຄົມ​ຊາວ​ຫວຽດນາມ​ ອາໄສ​ຢູ່ ຮູ​ງກາຣີ ສືບ​ຕໍ່​ເພີ່ມ​ພູນ​ຄຸນ​ສ້າງ​ນ້ຳ​ໃຈ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ 2 ປະ​ເທດ, ພ້ອມ​ທັງ​​ແລກປ່ຽນ, ຊອກ​ຮູ້​ບັນດາ​ຂົງ​ເຂດ​ເຊິ່ງຮູ​ງກາ​ຣີ ມີ​ຄວາມ​ສາມາດ​ບົມຊ້ອນ ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື ເພື່ອ​ຜົນ​ປະ​ໂຫຍ​ດລວມຂອງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ