ປະທານປະເທດ ຫວຽດນາມ ຕ້ອນຮັບຜູ້ປະສານງານຂອງ ສປຊ ແລະ ຫົວໜ້າຜູ້ຕາງໜ້າ UNDP ປະຈຳ ຫວຽດນາມ
ທ່ານປະທານປະເທດ ເຈີ່ນດ້າຍກວາງ
ຕ້ອນຮັບທ່ານ Kamal Malhotra
(ພາບ: TTXVN)
(vovworld) - ຕອນບ່າຍວັນທີ 21/04 ຢູ່ສຳນັກງານປະທານປະເທດ ຫວຽດນາມ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໃຫ້ການຕ້ອນຮັບທ່ານ Kamal Malhotra ຜູ້ປະສານງານຂອງສະຫະປະຊາຊາດ, ຫົວໜ້າຜູ້ຕາງໜ້າໂຄງການພັດທະນາສະຫະປະຊາຊາດ (UNDP) ປະຈຳ ຫວຽດນາມ ເນື່ອງໃນໂອກາດມາຮັບໜ້າທີ່ຢູ່ ຫວຽດນາມ. ທີ່ການຕ້ອນຮັບ ທ່ານປະທານປະເທດ ເຈີ່ນດ້າຍກວາງ ຂອບໃຈການໜູນຊ່ວຍຂອງສະຫະປະຊາຊາດທີ່ສະຫງວນໃຫ້ ຫວຽດນາມ ໃນຕະຫລອດ 40 ປີຜ່ານມາ, ຊ່ວຍ ຫວຽດນາມ ບັນລຸໄດ້ຜົນງານເສດຖະກິດ - ສັງຄົມຫລາຍຢ່າງ ແລະ ປະຕິບັດສຳເລັດຄາດໝາຍພັດທະນາສະຫັດສະວັດ (MDGs). ທ່ານປະທານປະເທດ ເນັ້ນໜັກວ່າ ຫວຽດນາມ ໃຫ້ຄຳໝັ້ນສັນຍາ ຈະສືບຕໍ່ເປັນສະມາຊິກຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ ແລະ ຂອງສະຫະປະຊາຊາດ, ເພີ່ມທະວີການເຂົ້າຮ່ວມບັນດາການເຄື່ອນໄຫວປົກປັກຮັກສາສັນຕິພາບຂອງສະຫະປະຊາຊາດ, ເສີມຂະຫຍາຍບົດບາດເປັນສະມາຊິກຢູ່ບັນດາອົງການຂອງສະຫະປະຊາຊາດຄື: ສະພາເສດຖະກິດ - ສັງຄົມ, ຄະນະກຳມະການກົດໝາຍສາກົນ.
ສ່ວນທ່ານ Kamal Malhotra ປາດຖະໜາວ່າ ທ່ານປະທານປະເທດ ສະໜັບສະໜູນ ເພື່ອໃຫ້ 2 ຝ່າຍລົງນາມໃນແຜນການດຳເນີນງານກ່ຽວກັບການກະກຽມ ແລະ ຮັບມືກັບກໍລະນີ El Nino ໂດຍໄວ. ແຜນການດັ່ງກ່າວ ແມ່ນການສັງລວມໃຫ້ການເຄື່ອນໄຫວຂອງບັນດາອົງການສະຫະຊາຊາດປະຈຳ ຫວຽດນາມ ແລະ ນີ້ກໍ່ແມ່ນປັດໃຈຮ່ວມມືລະຫວ່າງ 2 ຝ່າຍໃນ 5 ປີຈະມາເຖິງ.