(VOVWORLD)-ຕອນບ່າຍວັນທີ 17 ພຶດສະພາ ຢູ່ຫໍປະຊຸມກະຊວງປ້ອງກັນປະເທດ, ທ່ານ ປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ເຂົ້າຮ່ວມພິທີມອບລາງວັນ ໂຮ່ຈິມີນ ກ່ຽວກັບວິທະຍາສາດ-ເຕັກໂນໂລຊີ ຄັ້ງທີ່ 5
ປະທານປະເທດ ຫວຽດນາມ ເຂົ້າຮ່ວມພິທີມອບລາງວັນ ໂຮ່ຈິມີນ ກ່ຽວກັບ ວິທະຍາສາດ-ເຕັກເຕັກໂນໂລຊີ (ພາບ: ຫວຽດນາມ+) |
ໃຫ້ສອງກຸ່ມກິດຈະການດີເດັ່ນພິເສດ ໃນຂົງເຂດການທະຫານ, ການປ້ອງກັນຊາດ ໂດຍກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສົມທົບກັບ ກະຊວງປ້ອງກັນປະເທດຈັດຕັັ້ງ.
ລາງວັນໂຮ່ຈິມີນ ກ່ຽວກັບວິທະຍາສາດ ແລະ ເຕັກໂນໂລຊີ ແມ່ນລາງວັນອັນສູງສົ່ງທີ່ພັກ ແລະ ລັດຖະບານ ມອບໃຫ້ບັນດານັກປະດິດສ້າງກິດຈະການ, ກຸ່ມກິດຈະການວິທະຍາສາດ ແລະ ເຕັກໂນໂລຊີ ພິເສດດີເດັ່ນ, ມີຄຸນຄ່າສູງ, ມີຫຼາຍບາດກ້າວບຸກທະລຸກ່ຽວກັບວິທະຍາສາດ ແລະ ເຕັກໂນໂລຊີ, ມີຜົນສະທ້ອນກວ້າງໃຫຍ່ ແລະ ດົນນານໃນຊີວິດການເປັນຢູ່ຂອງປະຊາຊົນ, ປະກອບສ່ວນສຳຄັນເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.