ປະທານປະເທດ ເຈີ່ນດ້າຍກວາງ ແລະ ພັນລະຍາ ຢ້ຽມຢາມທາງລັດຖະກິດເຖິງ ຈີນ

(VOVWORLD) -ຕອນເຊົ້າວັນທີ 11 ພຶດສະພາ ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດເຖິງ ຈີນ 
ປະທານປະເທດ ເຈີ່ນດ້າຍກວາງ ແລະ ພັນລະຍາ ຢ້ຽມຢາມທາງລັດຖະກິດເຖິງ ຈີນ - ảnh 1 ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ແລະ ພັນລະຍາ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດເຖິງ ຈີນ 

ແລະ ເຂົ້າຮ່ວມເວທີປາໄສຂັ້ນສູງການຮ່ວມມືສາກົນ “ໜຶ່ງແລວທາງ ແລະ ໜຶ່ງເສັ້ນທາງ”, ຈັດຕັ້ງຢູ່ ປັກກີງ ປະເທດ ຈີນ ແຕ່ວັນທີ 11 – 15 ພຶດສະພາ 2017. ການຢ້ຽມຢາມໄດ້ປະຕິບັດຕາມຄຳເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ, ປະທານປະເທດແຫ່ງສາທາລະນະລັດ ປະຊາຊົນ ຈີນ ສີຈິ້ນຜີງ ດຳເນີນໄປໃນສະພາວະ ທີ່ການພົວພັນ ຫວຽດນາມ - ຈີນ ສືບຕໍ່ມີທ່າອ່ຽງພັດທະນາ ດ້ວຍບັນດາໝາກຜົນຢ່າງຕັ້ງໜ້າໃນບັນດາຂົງເຂດ. ການຢ້ຽມຢາມເພື່ອແນໃສ່ຮັກສາທ່າພັດທະນາການພົວພັນລະຫວ່າງ 2 ພັກ, ລັດ, ເພີ່ມທະວີການພົວພັນ ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ເລືຶ່ອງຍົກສູງປະສິດທິຜົນແຫ່ງການຮ່ວມມືໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນລະຫວ່າງ 2 ປະເທດ; ເພີ່ມທະວີການໂຄສະນາກ່ຽວກັບແຜນນະໂຍບາຍ, ນະໂຍບາຍດຶງດູດການລົງທຶນຂອງ ຫວຽດນາມ ໃຫ້ປະຊາຄົມວິສາຫະກິດ ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ