(vovworld) – ຕອນບ່າຍວັນທີ 29/08, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ໄດ້ໃຫ້ການຕ້ອນຮັບຄະນະສະມາຊິກລັດຖະສະພາໜຸ່ມ ພັກປະຊາທິປະໄຕເສລີຍີ່ປຸ່ນ ໂດຍທ່ານສະມາຊິກສະພາຕໍ່າຍີ່ປຸ່ນ Matsumoto Yohei ນຳໜ້າມາຢ້ຽມຢາມຫວຽດນາມ, ທີ່ການຕ້ອນຮັບ, ທ່ານປະທານປະເທດເນັ້ນໜັກວ່າ, 2 ປະເທດຫວຽດນາມ - ຍີ່ປຸ່ນ ມີເງື່ອນໄຂຫຼາຍຢ່າງ ເພື່ອຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ເທົ່າທຽມກັບຂອບເຂດການພົວພັນ “ຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງ ກວ້າງຂວາງ ເພື່ອສັນຕິພາບ ແລະ ວັດຖະນາຖາວອນຢູ່ອາຊີ”. ທ່ານປະທານປະເທດສະແດງຄວາມຂອບໃຈລັດຖະບານ, ສະພາແຫ່ງຊາດຍີ່ປຸ່ນ ຊຶ່ງຍາມໃດກໍ່ເອົາໃຈໃສ່ອຸປະຖຳບັນດາແຫຼ່ງທຶນບຸລິມະສິດໃຫ້ແກ່ຫວຽດນາມ; ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງຫວຽດນາມ. ທ່ານປະທານປະເທດສະເໜີໃຫ້ 2 ປະເທດຈະຮັກສາບັນດາການຢ້ຽມຢາມຂັ້ນສູງ ແລະ ສືບຕໍ່ປະແລກປ່ຽນລະຫວ່າງບັນດານັກການເມືອງ, ສະມາຊິກສະພາແຫ່ງຊາດຂອງ 2 ປະເທດ; ຜ່ານນັ້ນ ຊຸກຍູ້ການຮ່ວມມືຫຼາຍດ້ານ, ນຳມາເຊິ່ງຜົນປະໂຫຍດໃຫ້ແຕ່ລະຝ່າຍ.
ສ່ວນທ່ານສະມາຊິກສະພາຕໍ່າ Matsumoto Yohei ໃຫ້ຮູ້ວ່າ, ບັນດາສະມາຊິກລັດຖະສະພາໜຸ່ມຍີ່ປຸ່ນ ປາດຖະໜາຢາກສືບຕໍ່ຮ່ວມມືກັບຫວຽດນາມ ຢ່າງແໜ້ນແຟ້ນໃນທຸກຂົງເຂດເຊິ່ງຍີ່ປຸ່ນ ມີທ່າແຮງ; ປະກອບສ່ວນເພີ່ມພູນຄຸນສ້າງສາຍພົວພັນລະຫວ່າງ 2 ປະເທດຊາດ.