ປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບເຈົ້າຄອງນະຄອນບຸສານ, ສ.ເກົາຫຼີ
(ທ່ານປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບເຈົ້າຄອງນະຄອນບຸສານ, ສ.ເກົາຫຼີ)
(vovworld) - ທີ່ການຕ້ອນຮັບໃນວັນທີ 03/04, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ໄດ້ຕີລາຄາສູງຄວາມໝາຍຂອງການຢ້ຽມຢາມຂອງທ່ານ Hur Nam Sik ເຈົ້າຄອງນະຄອນບຸສານ. ທ່ານປະທານປະເທດຖືວ່າ ການພົວພັນລະຫວ່າງ 2 ປະເທດຫວຽດນາມ - ສ.ເກົາຫຼີ ໃນໄລຍະຜ່ານມາ ສືບຕໍ່ໄດ້ຮັບການເພີ່ມທະວີການເຊື່ອມຕໍ່ໃນຫຼາຍຂົງເຂດຢ່າງມີປະສິດທິຜົນ, ສະແດງໃຫ້ເຫັນຜ່ານບັນດາການພົບປະລະຫວ່າງການນຳຂັ້ນສູງທຸກຂັ້ນ, ການພົບປະຂອງບັນດາກະຊວງ, ຂະແໜງການຂອງ 2 ຝ່າຍ ແລະ ການພົວພັນແລກປ່ຽນຮ່ວມມືລະຫວ່າງນັກທຸລະກິດ ແລະ ປະຊາຊົນ 2 ປະເທດ.
ເມື່ອເຕືອງເຖິງນຳ້ໃຈມິດຕະພາບລະຫວ່າງນະຄອນ ບຸສານ ກັບບັນດາແຂວງ, ນະຄອນຂອງຫວຽດນາມ, ທ່ານປະທານປະເທດ ເນັ້ນໜັກເຖິງການພົວພັນດ້ານວັດທະນະທຳລະຫວ່າງປະຊາຄົມຊາວຫວຽດນາມ ອາໄສຢູ່ສ.ເກົາຫຼີ ແລະ ຊາວສ.ເກົາຫຼີ ອາໄສຢູ່ຫວຽດນາມ ເຊິ່ງເປັນສັນຍາລັກອັນຕັ້ງໜ້າ ແລະ ປະທັບໃຈພິເສດໃນການພົວພັນຕ່າງປະເທດລະຫວ່າງ 2 ປະເທດ.
ທ່ານປະທານປະເທດສະເໜີໃຫ້ລັດຖະບານສ.ເກົາຫຼີ, ນະຄອນບຸສານ ຈົ່ງສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ສ.ເກົາຫຼີ ເຊື່ອມໂຍງເຂົ້າກັບປະຊາຄົມສ.ເກົາຫຼີ ແລະ ຢືນຢັນວ່າ ຍາມໃດລັດຫວຽດນາມ ກໍ່ພ້ອມແລ້ວທີ່ຈະໜູນຊ່ວຍວິສາຫະກິດ ແລະ ຊາວ.ເກົາຫຼີ ປະຕິບັດງານຢູ່ຫວຽດນາມ ຄືດັ່ງຢູ່ບ້ານເກີດເມືອງນອນຂອງຕົນ.