(vovworld) - ເນື່ອງໃນໂອກາດເປີດສົກຮຽນໃໝ່ 2013 – 2014 ແລະ ວັນ “ທົ່ວປວງຊົນພາເດັກນ້ອຍໄປໂຮງຮຽນ”, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ຝາກຈົດໝາຍເຖິງຄູອາຈານ, ພະນັກງານ, ພາລະກອນ, ລັດຖະກອນລຸ້ນຕ່າງໆຂອງຂະແໜງສຶກສາ, ພໍ່ແມ່ນັກຮຽນ ແລະ ພວກນ້ອງນັກຮຽນ, ນັກສຶກສາໃນທົ່ວປະເທດ. ໃນຈົດໝາຍ, ທ່ານປະທານປະເທດ ເຈືອງເຕີນຊາງ ຊີ້ແຈ້ງວ່າ: ສົກຮຽນ 2013 – 2014 ແມ່ນສົກຮຽນທຳອິດເສີມຂະຫຍາຍປະຕິບັດຂໍ້ສະຫລຸບຂອງກອງປະຊຸມສູນກາງພັກຄັ້ງທີ 6 (ຊຸດທີ 11) ກ່ຽວກັບ “ການປ່ຽນໃໝ່ການສຶກສາ ແລະ ບຳລຸງສ້າງ ໂດຍພື້ນຖານ ແລະ ຮອບດ້ານ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຫັນປະເທດຊາດເປັນອຸສາຫະກຳ, ທັນສະໄໝ ຕາມການກຳນົດທິດສັງຄົມນິຍົມ ແລະ ເຊື່ອມໂຍງເຂົ້າກັບສາກົນ”. ດັ່ງນັ້ນ, ຂະແໜງສຶກສາຄວນປ່ຽນໃໝ່ວຽກງານຄຸ້ມຄອງ, ວິທີການສິດສອນ ແລະ ກວດກາ, ຕີລາຄາໝາກຜົນການຮຳ່ຮຽນ, ເອົາໃຈໃສ່ພັດທະນາ ແລະ ຍົກສູງຄຸນນະພາບຖັນແຖວຄູອາຈານ ແລະ ພະນັກງານຄຸ້ມຄອງການສຶກສາ, ຍູ້ແຮງການແຂ່ງຂັນ “ສອນດີ - ຮຽນດີ” ເພື່ອຍົກສູງຄຸນນະພາບການສຶກສາຢູ່ຂັ້ນຕ່າງໆຢ່າງຮອບດ້ານ. ທ່ານປະທານປະເທດ ສະເໜີອົງຄະນະພັກ, ອຳນາດການປົກຄອງ, ບັນດາອົງການຈັດຕັ້ງ, ໝູ່ຄະນະ... ຕ້ອງສູ້ຊົນບັນລຸບັນດາຜົນງານດີເດັ່ນໃນສົກຮຽນໃໝ່, ປະກອບສ່ວນປະຕິບັດພາລະກິດຫັນປະເທດຊາດເປັນປະເທດອຸດສາຫະກຳ, ທັນສະໄໝຢ່າງມີໄຊ, ສ້າງປະເທດໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ.