ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ແລກປ່ຽນກັບຜູ້ມີສິດເລືອກຕັ້ງນະຄອນໂຮ່ຈິມິນ (ພາບ : chinhphudientu)
|
Vovworld- ວັນທີ 26/11, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ໄດ້ລົງພົບປະກັບຜູ້ມີສິດເລືອກຕັ້ງເມືອງ 1 ນະຄອນໂຮ່ຈິມິນເພື່ອລາຍງານໝາກຜົນຂອງກອງປະຊຸມສະໄໝສາມັນເທື່ອທີ່ 4 ສະພາແຫ່ງຊາດຫວຽດນາມຊຸດທີ່ 13. ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ໄດ້ຮັບຮູ້ບັນດາຄຳເຫັນທີ່ສຸດຈິດສຸດໃຈ ແລະ ມີຄວາມຮັບຜິດຊອບຂອງ ຜູ້ມີສິດເລືອກຕັ້ງ. ໃຫ້ຄຳຕອບກ່ຽວກັບຄວາມເປັນຫ່ວງຂອງ ຜູ້ມີສິດເລືອກຕັ້ງຕໍ່ການລົງຄະແນນສຽງ, ປ່ອນບັດໄວ້ວາງໃຈສຳລັບບັນດາຕ່ຳແໜ່ງໂດຍສະພາແຫ່ງຊາດ ແລະ ສະພາປະຊາຊົນເລືອກຕັ້ງ ຫຼືໃຫ້ສັດຕະຍາບັນ, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ເນັ້ນໜັກວ່າ ນີ້ແມ່ນວຽກງານທີ່ລະອຽດໃນການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງເວົ້າສະເພາະ ແລະ ໃນວຽກງານກໍ່ສ້າງ ແລະ ປັບປຸງພັກເວົ້າລວມ . ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ກ່າວວ່າ :
“ ວຽກງານນີ້, ຖ້າຫາກປະຕິບັດເປັນຢ່າງດີ, ມີປະສິດທິຜົນ, ແນ່ນອນວ່າຈະເຮັດໃຫ້ຫັນປ່ຽນສະພາບການ. ໜ້າທີ່ຂອງຜູ້ໄດ້ຮັບເລືອກຕັ້ງແມ່ນຕ້ອງພາວະວິໄສ, ມີຈິດໃຈທ່ຽງທຳ, ເພື່ອພາລະກິດຂອງປະເທດຊາດ ແລະ ບໍ່ເພື່ອທີ່ນັ່ງ, ຕຳແໜ່ງຂອງຕົນ, ຖ້າບໍ່ດັ່ງນັ້ນ, ລະບົບຈະຖືກພັງທະລາຍ ”
ແລະກໍໃນຕອນເຊົ້າວັນທີ 26/11, ຄະນະສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 3, ນະຄອນເກີນເທີ ໂດຍທ່ານ ເລຮົ່ງແອງ (Le Hong Anh) ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກ ເປັນຫົວໜ້າຄະນະ, ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງເມືອງ ວິ້ງແທ້ງ ເພື່ອລາຍງານໝາກຜົນຂອງກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຫວຽດນາມ ຊຸດທີ 13.
ໃນຕອນເຊົ້າວັນດຽວກັນ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ຮີງງອກເຊີນ (Huynh Ngoc Son) ແລະ ຄະນະ ສສຊ ນະຄອນດານັ້ງ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງໃນບໍລິເວນແຂວງ. ທ່ານຮອງປະທານສະພາແຫ່ງຊາດ ຮີງງອກເຊີນ (Huynh Ngoc Son) ໄດ້ຢືນຢັນວ່າ ດ້ວຍຈິດໃຈເຂັ້ມງວດ, ມີໜ້າທີ່ຮັບຜິດຊອບ, ບັນດາ ສສຊ ເຂົ້າຮ່ວມກອງປະຊຸມຄັ້ງນີ້ ໄດ້ພິຈາລະນາ, ຕີລາຄາໝາກຜົນແຫ່ງການປະຕິບັດແຜນການພັດທະນາເສດຖະກິດ, ສັງຄົມ ແລະ ງົບປະມານແຫ່ງລັດ, ເປົ້າໝາຍ, ມາດຕະຖານ ແລະ ໜ້າທີ່, ມາດຕະການແກ້ໄຂປີ 2013. ສະພາແຫ່ງຊາດກໍ່ຮັບຮອງເອົາຮ່າງກົດໝາຍ 9 ສະບັບ ແລະ ບັນດາມະຕິທີ່ສຳຄັນ. ຜູ້ມີສິດເລືອກຕັ້ງເມືອງ ວິ້ງແທ້ງ ແລະ ນະຄອນດານັ້ງ ກໍເຫັນດີກັບບັນດາມາດຕະການເຊິ່ງລັດຖະບານໄດ້ວາງອອກກ່ຽວກັບການພັດທະນາເສດຖະກິດ, ສັງຄົມ. ທ່ານໝາກຍືລາຍ (Mac Nhu Lai) ຜູ້ມີສິດເລືອກຕັ້ງຕາແສງ ເຟື໋ອກນິງ, ເມືອງ ຫາຍເຈົາ, ນະຄອນດານັ້ງ ໃຫ້ຮູ້ວ່າ.
“ຂ້າພະເຈົ້າເຫັນວ່າ ເມື່ອທຽບກັບບັນດາກອງປະຊຸມຄັ້ງກ່ອນໆ, ກອງປະຊຸມຄັ້ງນີ້ມີຄຸນນະພາບສູງກວ່າຫຼາຍ. ໃນກອງປະຊຸມຄັ້ງນີ້ ດ້ວຍລັກສະນະປະຊາທິປະໄຕກໍໄດ້ຮັບການເປີດກວ້າງ. ເພາະສະນັ້ນ, ບັນດາຄຳຄິດຄຳເຫັນປະກອບກໍດີຫຼາຍ, ມີບັນດາຄຳເຫັນທີ່ກົງໄປກົງມາຄືຂອງທ່ານ ເຢືອງຈູງກ໋ວກ (Duong Trung Quoc) ແລະ ທ່ານ ເຈີ່ນຢູ້ຫຼີກ (Tran Du Lich). ແຕ່ພວກຂ້າພະເຈົ້າຄິດວ່າ ບັນຫາສຳຄັນແມ່ນຕ້ອງເຮັດແນວໃດເພື່ອຈັດຕັ້ງປະຕິບັດບັນດາມະຕິທີ່ວາງອອກໃຫ້ໄດ້, ດັ່ງນັ້ນຈຶ່ງເຂົ້າສູ່ຊີວິດຕົວຈິ່ງ, ປະກອບສ່ວນສ້າງສາປະເທດຊາດ”.