ປະທານປະເທດ ເຈືອງເຕີນຊາງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຕວຽນກວາງ
ທ່ານປະທານປະເທດ ເຈືອງເຕີນຊາງ
ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຕວຽນກວາງ
(ພາບ: baotuyenquang.com.vn)
(vovworld) – ໃນການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຕວຽນກວາງ, ຕອນເຊົ້າວັນທີ 20/01, ທ່ານປະທານປະເທດ ເຈືອງເຕີນຊາງ ແລະ ຄະນະປະຕິບັດງານ ໄດ້ໄປຢ້ຽມຢາມຕາແສງ ເຕີນຈ່າວ, ຂຶ້ນກັບເມືອງເຊີນເຢືອງ ແລະ ເຂົ້າຮ່ວມກອງປະຊຸມລາຍງານໝາກຜົນແຫ່ງການກໍ່ສ້າງຊົນນະບົດໃໝ່ຂອງ 3 ຕາແສງ ເຕີນຈ່າວ (ຕວຽນກວາງ), ວິ້ງແທກ (ກວາງຈິ້) ແລະ ຮ່ວາອານ (ດົງທາບ).
ຢູ່ທີ່ນີ້, ເມື່ອຕີລາຄາສູງໝາກຜົນລວມຂອງບັ້ນຂົນຂວາຍກໍ່ສ້າງຊົນນະບົດໃໝ່, ກໍ່ຄືຂອງ 3 ຕາແສງດັ່ງກ່າວ, ທ່ານປະທານປະເທດ ເຈືອງເຕີນຊາງ ສະເໜີໃຫ້ອົງຄະນະພັກ, ອຳນາດການປົກຄອງ, ປະຊາຊົນ 3 ຕາແສງຈົ່ງສືບຕໍ່ປັບປຸງ, ສຳເລັດການຍົກສູງໝາກຜົນ ເພື່ອກາຍເປັນບັນດາຕາແສງຊົນນະບົດໃໝ່ດີເດັ່ນຢ່າງແທດຈິງ. ທ່ານປະທານປະເທດ ກໍ່ສະເໜີໃຫ້ການນຳ 3 ແຂວງ, ບັນດາອົງການ, ວິສາຫະກິດ ສືບຕໍ່ເອົາໃຈໃສ່ໜູນຊ່ວຍ 3 ຕາແສງ ເພື່ອບັນລຸໄດ້ໝາກຜົນໃຫ້ນັບມື້ນັບສູງ, ໝັ້ນຄົງ, ມີກຳລັງຂະຫຍາຍຢ່າງກວ້າງຂວາງຄືຄາດໝາຍທີ່ໄດ້ວາງອອກ.