(vovworld) – ວັນທີ 22/1, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ລົງຢ້ຽມຢາມ ແລະ ອວຍພອນປີໃໝ່ນັກປະພັນວັນນະຄະດີນັກປະຕິວັດອາວຸໂສ ຮອກຟີ, ນັກສີລະປິນປະຊາຊົນ ບຸ່ຍດິ່ງຮາກ, ສາດສະດາຈານ, ດຣ ວິທະຍາສາດ, ປະທານສະພາສັດວິທະຍາ ຫວຽດນາມ ດັ້ງຮູຍຮິ່ງ. ທ່ານປະທານປະເທດໄດ້ຕີລາຄາສູງການປະກອບສ່ວນສຳຄັນຫຼາຍຢ່າງຂອງບັນດານັກປະພັນວັນນະຄະດີ, ນັກສີລະປິນ, ນັກວິທະຍາສາດທີ່ມີຕໍ່ພາລະກິດວິທະຍາສາດ, ສີລະປະຂອງປະເທດຊາດ. ທ່ານປະທານປະເທດ ສະແດງວ່າ ຕາມທ່າອ່ຽງເຊື່ອມໂຍງພັດທະນາ, ວັນນະຄະດີສີລະປະ ແລະ ວິທະຍາສາດຂອງ ຫວຽດນາມ ມີການປ່ຽນໃໝ່ຢ່າງຕໍ່ເນື່ອງ, ນັກສິລະປິນ, ນັກຄົ້ນຄ້ວາລຸ້ນປະຈຸບັນພວມສືບທອດພາລະກິດຂອງລຸ້ນພໍ່ລຸ້ນອ້າຍໃນວິວັດການສ້າງພື້ນຖານວັດທະນະທຳ ຫວຽດນາມ ກ້າວໜ້າເຂັມຂົ້ນໄປດ້ວຍສີສັນຊາດ. ເມື່ອແບ່ງປັນບັນດາຄຳເຫັນປະກອບກ່ຽວກັບສະພາບປະເທດຊາດເວົ້າລວມ ແລະ ຂອງບັນດານັກສີລະປິນການເວົ້າສະເພາະ, ທ່ານປະທານປະເທດ ເຈືອງເຕີນຊາງ ຫວັງວ່າ ນັກສີລະປິນແຕ່ລະຄົນ, ຄວນປະກອບຄຳເຫັນຢ່າງກົງໄປກົງມາ ດ້ວຍຈິດໃຈສ້າງສັນ ເພື່ອໃຫ້ພັກເຂັມແຂງ, ປະເທດນັບມື້ນັບພັດທະນາ. ທ່ານປະທານປະເທດ ເຈືອງເຕີນຊາງ ເນັ້ນໜັກວ່າ: ປະເທດຊາດ, ປະຊາຊົນຍາມໃດກໍ່ສ້າງເງື່ອນໄຂເພື່ອໃຫ້ບັນດາຜູ້ຊົນຄຸນວຸດທິ, ປັນຍາຊົນ ເສີມຂະຫຍາຍຄວາມສາມາດ ແລະ ລໍຖ້າບັນດາບົດປະພັນວັນນະຄະດີ, ວິທະຍາສາດແທດຈິງ. ນັກສີລະປິນ, ນັກວິທະຍາສາດອາຍຸສູງຄວນຍົກສູງຫົວຄິດປະດິດສ້າງ, ຄວາມເມົາມົວ, ຖ່າຍທອດບົດຮຽນ, ສຸດຈິດສຸດໃຈ ຊ່ວຍໃຫ້ລຸ້ນໜຸ່ມເຕີບໃຫຍ່, ສືບທອດ ແລະ ເສີມຂະຫຍາຍມູນເຊື້ອ.