(vovworld) - ຕອນເຊົ້າວັນທີ 07 ສິງຫາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມໃຫຍ່ຜູ້ແທນສະຫະສະມາຄົມນັກທຸລະກິດທີ່ເປັນນັກຮົບເກົ່າຫວຽດນາມ ຄັ້ງທຳອິດ, ອາຍຸການ 2013 – 2018. ສະຫະສະມາຄົມນັກທຸລະກິດທີ່ເປັນນັກຮົບເກົ່າຫວຽດນາມ ໄດ້ສ້າງຕັ້ງຂຶ້ນດ້ວຍຄວາມປາດຖະໜາຢາກມີອົງການຈັດງຕັ້ງເຊື່ອມຕໍ່ນັກທຸລະກິດ, ວິສາຫະກິດທີ່ເປັນນັກຮົບເກົ່າ ຫວຽດນາມ ໃນທົ່ວປະເທດນຳກັນເພື່ອເສີມຂະຫຍາຍຄວາມສາມາດບົມຊ້ອນຂອງ ນັກຮົບເກົ່າ, ພ້ອມກັນປະກອບສ່ວນເຂົ້າໃນການພັດທະນາຂອງວິສາຫະກິດ ແລະ ຂອງປະເທດຊາດ. ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານປະທານປະເທດ ເຈືອງເຕີນຊາງ ຖືວ່າ ເພື່ອເສີມຂະຫຍາຍບົດບາດຂອງສະຫະສະມາຄົມໃນຊີວິດການເປັນຢູ່ໃຫ້ໄດ້, ສະຫະສະມາຄົມຕ້ອງປະຕິບັດຄະຕິ, ຈຸດໝາຍເຕົ້າໂຮມ, ສາມັກຄີບັນດານັກທຸລະກິດທີ່ເປັນນັກຮົບເກົ່າ, ຮັກສາ, ໜູນຊ່ວຍສະມາຊິກໃນການພັດທະນາການຜະລິດດຳເນີນທຸລະກິດ ຢ່າງມີປະສິດທິຜົນ.
“ສະຫະສະມາຄົມຕ້ອງປະຕິບັດວຽກງານເຜີຍແຜ່, ໂຄສະນາແນວທາງຂອງພັກ, ກົດໝາຍ, ນະໂຍບາຍຂອງລັດ ໃນການຜະລິດດຳເນີນທຸລະກິດ, ບັນດາວິສາຫະກິດນັກຮົບເກົ່າ ຕ້ອງແມ່ນວິສາຫະກິດ, ນັກທຸລະກິດທີ່ເປັນແບບຢ່າງໃນການປະຕິບັດແນວທາງຂອງພັກ, ນະໂຍບາຍ ແລະ ກົດໝາຍຂອງລັດ, ສ້າງແບບແຜນດຳລົງຊີວິດສີວິໄລ, ສ້າງສະພາບແວດລ້ອມວັດທະນະທຳໃນວິສາຫະກິດ; ຍົກສູງຊີວິດທາງດ້ານອັດຖຸ, ວັດທະນຳ ແລະ ຈິດໃຈໃຫ້ແກ່ຄົນງານ; ເພື່ອກາຍເປັນບັນດາທະຫານລຸ່ງໂຮ່ ໃນແນວຮົບເສດຖະກິດ”.