(ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ)
(vovworld) - ວັນທີ 29/11, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດເຖິງ ສ.ສະຫະພາບມຽນມາ ຕາມຄຳເຊີນຂອງທ່ານປະທານາທິບໍດີ Thein Sein. ການຢ້ຽມຢາມດຳເນີນໄປໃນສະພາບການທີ່ ສ.ສະຫະພາບມ້ຽນມາ ມີການພັດທະນາໃໝ່ສຳຄັນຫຼາຍຢ່າງໃນໄລຍະມໍ່ໆມານີ້, ການຢ້ຽມຢາມຂອງທ່ານປະທານປະເທດ ເຈືອງເຕີນຊາງ ແມ່ນໂອກາດເພື່ອໃຫ້ສອງຝ່າຍແລກປ່ຽນມາດຕະການຕ່າງໆຢ່າງເລີກເຊິ່ງ, ກວ້າງຂວາງ ເພື່ອນຳການພົວພັນລະຫວ່າງຫວຽດນາມ - ມ້ຽນມາ ກ້າວເຂົ້າສູ່ໄລຍະໃໝ່, ໂດຍສະເພາະແມ່ນຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ.