ປະທານປະເທດ ເຈືອງເຕີນຊາງ ເຮັດວຽກກັບຄະນະປະຈຳຄະນະພັກນະຄອນ ຮ່າໂນ້ຍ
ທ່ານປະທານປະເທດ ເຈືອງເຕີນຊາງ
(vovworld) – ທ່ານປະທານປະເທດ ເຈືອງເຕີນຊາງ ພ້ອມກັບບັນດາສະມາຊິກຂອງຄະນະກວດກາຂອງກົມການເມືອງ ແລະ ຄະນະເລຂາ ໄດ້ມີການເຮັດວຽກກັບຄະນະປະຈຳຄະນະພັກນະຄອນຮ່າໂນ້ຍ ໃນວັນທີ 22/7, ກ່ຽວກັບໝາກຜົນຂອງການຊີ້ນຳ ນຳພາ ແລະ ຈັດຕັ້ງປະຕິບັດມະຕິສູນກາງຄັ້ງທີ 4 “ບາງບັນຫາຮີບດ່ວນກ່ຽວກັບການກໍ່ສ້າງພັກໃນປະຈຸບັນ” ແລະ ຄຳສັ່ງເລກທີ 03 ຂອງກົມການເມືອງກ່ຽວກັບ “ການສືບຕໍ່ຍູ້ແຮງການຮຳ່ຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດຂອງປະທານ ໂຮ່ຈີມິນ”. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານປະເທດ ຕີລາຄາສູງ ຮ່າໂນ້ຍ ໃນເບື້ອງຕົ້ນໄດ້ປະຕິບັດມະຕິສູນກາງຄັ້ງທີ 4 ແລະ ຄຳສັ່ງເລກທີ 03 ຂອງກົມການເມືອງເປັນຢ່າງດີ, ພິເສດແມ່ນຈິດໃຈກົງໄປກົງມາໃນວິວັດການຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມເພື່ອນສະຫາຍ. ແຕ່ເຖິງຢ່ງໃດກໍ່ຕາມ, ທ່ານປະທານປະເທດ ກໍ່ໃສ່ໃຈ ຮ່າໂນ້ຍ ຄວນຮັບຟັງຄຳເຫັນຂອງປະຊາຊົນ, ຂອງອົງຄະນະພັກ ຈະຊ່ວຍໃຫ້ເລື່ອງຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມເພື່ອນສະຫາຍບັນລຸປະສິທິຜົນສູງກ່ວາ. ກ່ຽວກັບການປະຕິບັດຄຳສັ່ງເລກທີ 03, ທ່ານປະທານປະເທດ ເຈືອງເຕີນຊາງ ຮຽກຮ້ອງໃຫ້ ຮ່າໂນ້ຍ ກໍ່ຄືບັນດາທ້ອງຖິ່ນຄວນຍ້ອງຍໍສັນລະເສີນບັນດາຮູບແບບປະຕິບັດທີ່ດີ, ມີຫົວຄິດປະດິດສ້າງປະກອບສ່ວນປະຕິບັດການຮຳ່ຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດຂອງປະທານ ໂຮ່ຈີມິນ ຢ່າງມີປະສິດທິຜົນ.