(ປະທານປະເທດ ເຈືອງເຕີນຊາງ ເຮັດວຽກກັບສະພາກາແດງຫວຽດນາມ)
(vovworld) – ທີ່ການເຮັດວຽວກັບສະພາກາແດງຫວຽດນາມ ໃນຕອນບ່າຍວັນທີ 17/05, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ, ປະທານກິຕິມະສັກສະພາກາແດງຫວຽດນາມ ໄດ້ຊົມເຊີຍໝາກຜົນການເຄື່ອນໄຫວຂອງສະພາກາແດງຫວຽດນາມ ທີ່ບັນລຸໄດ້ໃນ 6 ເດືອນຕົ້ນປີ 2014. ທ່ານປະທານປະເທດ ເຈືອນເຕີນຊາງ ເນັ້ນໜັກວ່າ ດ້ວຍຕົວເລກເກືອບ 1.540 ຕື້ດົງ ເຊິ່ງສະພາກາແດງຂັ້ນຕ່າງໆໄດ້ຂົນຂວາຍເພື່ອໜູນຊ່ວຍຜູ້ປະສົບກັນຄວາມຫຍຸ້ງຍາກເກືອບ 12.790 ເທື່ອຄົນ ໃນ 6 ເດືອນຕົ້ນປີ ແມ່ນມີຄວາມໝາຍອັນໃຫ່ຍຫຼວງ, ຜ່ານນັ້ນຢືນຢັນບົດບາດຂອງສະພາກາແດງທຸກຂັ້ນໃນວຽກງານຂົນຂວາຍຜູ້ໃຈບຸນໃຈກຸສົນ, ນ້ຳໃຈມາດຕາປານີຂອງອົງການ, ສ່ວນບຸກຄົນທັງຢູ່ພາຍໃນ ແລະ ຕ່າງປະເທດ. ທ່ານປະທານປະເທດ ຖືວ່າ ສະພາກາແດງຫວຽດນາມ ປະຕິບັດສຳເລັດບັນດາໂຄງການໜູນຊ່ວຍປະຊາຊົນເຂດຊາຍແດນ ບໍ່ພຽງແຕ່ປະກອບສ່ວນລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກເທົ່ານັ້ນ ຫາກຍັງມີຄວາມໝາຍຍຸດທະສາດ, ຊ່ວຍປະຊາຊົນອຸ່ນອ່ຽນໃຈທຳການຜະລິດ, ຮັບປະກັນຊີວິດການເປັນຢູ່ເປັນປົກກະຕິ, ປົກປັກຮັກສາອະທິປະໄຕຂອງປະເທດຊາດອີກດ້ວຍ. ທ່ານປະທານປະເທດ ກໍ່ຕັກເຕື່ອນສະພາກາແດງຫວຽດນາມ ເປັນເຈົ້າການໜູນຊ່ວຍຊາວປະມົງ, ຕຳຫຼວດທະເລ, ກຳລັງກວດກາການປະມົງ ຕໍ່ໜ້າບັນດາການຜັນແປ່ທີ່ສັບສົນຢູ່ທະເລຕາເວັນອອກ; ພ້ອມທັງສະເໜີໃຫ້ສະພາກາແດງ ສືບຕໍ່ປະຕິບັດໃຫ້ຖືກຕາມຈຸດປະສົງຂອງສະພາກາແດງວາງອອກ ແລະ ຈະຜັນຂະຫຍາຍການເຄື່ອນໄຫວຕ່າງໆທີ່ນຳມາເຊິ່ງປະສິດທິຜົນຢ່າງແທດຈິງໃນໄລຍະຈະມາເຖິງ.