ປະທານປະເທດ ເຈືອງເຕິ໋ນຊາງ ໂອ້ລົມສົນທະນາກັບຜູ້ເຂົ້າຮ່ວມຊຸດບຳລຸງແຫຼ່ງຊັບພະຍາກອນຂັ້ນສູງຊຸດທີ 3
ທ່ານ ປະທານປະເທດ ເຈືອງເຕິ໋ນຊາງ
(ພາບປະກອບ)
(vovworld) - ໃນການໂອ້ລົມສົນທະນາເມື່ອຕອນບ່າຍວັນທີ 22/5, ຢູ່ສະຖາບັນການເມືອງການປົກຄອງແຫ່ງຊາດ ໂຮ່ຈີມິນ. ທ່ານປະທານປະເທດ ເຈືອງເຕິ໋ນຊາງ ໄດ້ຕອບບັນດາຄຳຖາມ ແລະ ຂໍ້ມູນຂ່າວກ່ຽວກັບທັດສະນະ, ມາດຕະການຂອງພັກ, ລັດ ທີ່ມີຕໍ່ບັນດາບັນຫາທີ່ມີລັກສະນະຕໍ່ໜ້າ ແລະ ຍາວນານຢ່າງກົງໄປກົງມາ, ພິເສດສຳລັບການຕໍ່ສູ້ຄັດຄ້ານຈີນຕັ້ງຮ້ານເຈາະນຳ້ມັນໄຮຢາງ 981 ຢູ່ເຂດເສດຖະກິດຈຳເພາະຂອງຫວຽດນາມ, ທ່ານປະທານປະເທດ ຢືນຢັນແນວທາງນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນແກ້ໄຂການຂັດແຍ້ງກັນທັງໝົດດ້ວຍສັນຕິວິທີບົນພື້ນຖານກົດໝາຍສາກົນ. ແລກປ່ຽນບັນຫາຮັກສາສັນຕິພາບເພື່ອພັດທະນາໃນສະພາບພາກພື້ນ ແລະ ສາກົນມີການຜັນແປໄປຢ່າງສັບສົນຫຼາຍຢ່າງ, ທ່ານ ປະທານປະເທດເນັ້ນໜັກວ່າ, ຫວຽດນາມຍາມໃດກໍ່ປາກຖະໜາຢາກມີສະພາບແວດລ້ອມສັນຕິພາບ. ນີ້ກໍ່ແມ່ນເນື້ອໃນພື້ນຖານຂອງ 2 ໜ້າທີ່ຍຸດທະສາດ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ ເຊິ່ງໄດ້ເຕື້ອງເຖິງໃນມະຕິ 11 ຂອງພັກ.
ເມື່ອເຕື້ອງເຖິງບັນຫາເສດຖະກິດສັງຄົມ, ທ່ານປະທານປະເທດ ເຈືອງເຕິ໋ນຊາງ ຊີ້ແຈ້ງວ່າ, ຫວຽດນາມ ພວມຢືນຢູ່ຕຳ່ໜ້າການທ້າທາຍກໍ່ຄື ກາລະໂອກາດຫຼາຍຢ່າງ, ດັ່ງນັ້ນຄວນຮັບຮູ້ສະພາບການຢ່າງຖືກຕ້ອງ ເພື່ອແກ້ໄຂສິ່ງທີ່ຍັງຄົງຄ້າງ, ກຳເໜ້ນກາລະໂອກາດເພື່ອພັດທະນາ. ທ່ານເນັ້ນໜັກວ່າ ໃນສະພາບທົ່ວໂລກ ແລະ ການເຊື່ອມໂຍງກັບສາກົນໃນປະຈຸບັນ ພວມມີກາລະໂອກາດ ແລະ ການທ້າທາຍຫຼາຍຢ່າງນັ້ນ, ທ່ານປະທານປະເທດຖືວ່າຕ້ອງເສີມຂະຫຍາຍນຳ້ໃຈສາມັກຄີໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດໃນລະດັບສູງສຸດ.