(vovworld) - ໃນການຢ້ຽມຢາມຕອນເຊົ້າວັນທີ 17/2, ປະທານປະເທດ ເຈືອງເຕິ໋ນຊາງ ໄດ້ອວຍພອນບຸນເຕັດປະຊາຊົນ, ພະນັກງານກິນເບ້ຍບຳນານ ແລະ ກຳມະກອນ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ແຂວງລອງອານ.
ປີ 2014, ແຂວງລອງອານ ບັນລຸລະດັບເຕີບໂຕເສດຖະກິດ 11%. ລາຍຮັບສະເລ່ຍໃສ່ຫົວຄົນບັນລຸກວ່າ 45 ລ້ານດົ່ງ/ປີ, ອຸດສາຫະກຳກໍ່ສ້າງບັນລຸລະດັບເຕີບໂຕສູງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໄດ້ຮັບການຮັກສາໄວ້ຢ່າງໝັ້ນຄົງ… ຕໍໜ້າບັນດາຜົນງານດັ່ງກ່າວ, ທ່ານ ປະທານປະເທດສະແດງຄວາມພາກພູມໃຈ ແລະ ຫວັງວ່າ, ກ້າວເຂົ້າສູ່ປີໃໝ່, ລອງອານຈະບັນລຸໄດ້ຜົນງານຫຼາຍກວ່າອີກ. ທ່ານປະທານປະເທດ ໄດ້ລົງຢ້ຽມຢາມ ແລະ ອວຍພອນບັນດາກຳມະກອນທີ່ບໍ່ມີເງື່ອນໄຂກັບເມືອບ້ານຕ້ອນຮັບບຸນເຕັດພ້ອມກັບຄອບຄົວຢູ່ເມືອງເບັ໋ນລຶກ. ທ່ານແບ່ງປັນວ່າ:
“ຫວັງວ່າກ້າວເຂົ້າສູ່ປີໃໝ່ປະເທດຊາດນັບມື້ນັບພັດທະນາ, ຊີວິດຂອງກຳມະກອນນັບມື້ນັບໄດ້ຮັບການປັບປຸງ, ລາຍຮັບຂອງກຳມະກອນນັບມື້ນັບສູງກວ່າ. ສິ່ງທີ່ຂ້າພະເຈົ້າປາຖະໜາທີ່ສຸດນັ້ນແມ່ນ, ເມື່ອລະດູບານໃໝ່ວຽນມາ ແລະ ຕ້ອນຮັບບຸນເຕັດ, ກຳມະກອນເກືອບທັງໝົດຈະມີເງື່ອນໄຂກັບເມືອບ້ານເພື່ອຕ້ອນຮັບບຸນປີໃໝ່ພ້ອມກັບຄອບຄົວ ແລະ ຍາດຕິພີ່ນ້ອງຂອງຕົນ“.