( vovworld ) - ຕອນບ່າຍວັນທີ 7/7, ທ່ານປະທານປະເທດ Truong Tan Sang ລົງຢ້ຽມຢາມ ແລະ ເຮັດວຽກກັບກອງບັນຊາການທະຫານເຮືອເຂດ 3 ແລະ ກອງບັນຊາການທະຫານເຂດ 5. ນະທີ່ນີ້, ການນຳກອງປັນຊາການທະຫານເຮືອເຂດ 3 ໄດ້ຢືນຢັນວ່າ ເຖິງວ່າຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍຢ່າງ ແຕ່ພະນັກງານ, ທະຫານເຮືອເຂດ 3 ຍາມໃດກໍປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະທີ່ສັກກະລະບູຊາຂອງປະເທດ ຊາດ, ປະຕິບັດວຽກງານກູ້ໄພກູ້ຊີບ, ຮັກສາບັນດາການເຄື່ອນໄຫວໃນເຂດເສດຖະກິດພິເສດຂອງຫວຽດນາມເປັນຢ່າງດີ. ທ່ານປະທານປະເທດ Truong Tan Sang ໄດ້ລະດົມກຳລັງໃຈພະນັກງານ, ທະຫານເຮືອເຂດ 3 ສືບຕໍ່ເສີມຂະຫຍາຍມູນເຊື້ອວິລິຊົນ, ສາມັກຄີກໍ່ສ້າງກົມກອງວິລະຊົນ, ທັນສະໄໝ, ແກ້ໄຂທຸກຄວາມຫຍຸ້ງຍາກເພື່ອປົກປັກຮັກສາເຂດທະເລ, ໝູ່ເກາະຂອງປະເທດຊາດ.
ໃນການເຮັດວຽກກັບກອງບັນຊາການທະຫານເຂດ 5, ທ່ານປະທານປະເທດ Truong Tan Sang ໄດ້ເນັ້ນໜັກວ່າ, ທະຫານເຂດ 5 ແມ່ນບໍລິເວັນຍຸດທະສາດກ່ຽວກັບການປ້ອງກັນຊາດປ້ອງກັນຄວາມສະຫງົບ, ເພາະສະນັ້ນ, ພະນັກງານ, ກຳລັງປະກອບອາວຸດທະຫານເຂດ 5 ຕ້ອງຕິດຕາມຢ່າງໃກ້ຊິດກັບບໍລິເວັນ, ເພີ່ມທະວີວຽກງານສື່ສານ, ສ້າງກຳລັງປະກອບອາວຸດເຂດທະຫານທີ່ທັນສະໄໝແຕ່ລະກ້າວ, ສືບຕໍ່ປະຕິບັດວຽກງານຕອບບຸນແທນຄຸນ, ເບິ່ງແຍງດູແລແມ່ຫວຽດນາມ ວິລະຊົນ, ຕັ້ງໜ້າເຂົ້າຮ່ວມການກໍ່ສ້າງຊົນນະບົດໃໝ່ ແລະ ແກ້ໄຂຜົນຮ້າຍຍ້ອນຫຼັງຈາກໄພທຳມະສາດ.