ປະທານປະເທດ Truong Tan Sang ຕ້ອນຮັບຜູ້ຕາງໜ້າ ດ້ານການຄ້າອາເມລິກາ

ປະທານປະເທດ Truong Tan Sang ຕ້ອນຮັບຜູ້ຕາງໜ້າ ດ້ານການຄ້າອາເມລິກາ - ảnh 1
ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang
ຕ້ອນຮັບຜູ້ຕາງໜ້າໜ້າດ້ານການ​ຄ້າ​ອາ​ເມ​ລິ​ກາ
(ພາບ: chinhphu.vn)

(vovworld) -     ຕອນ​ບ່າຍ​ວັນ​ທີ 3/9, ຢູ່​ສຳນັກງານ​ປະ​ທານ​ປະ​ເທດ, ທ່ານ Ronald Kirk ຜູ້ຕາງໜ້າໜ້າດ້ານການ​ຄ້າ​ອາ​ເມ​ລິ​ກາ ​ໄດ້​​ເຂົ້າ​ຢ້ຽມ​ຄຳນັບ​ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ​ເນື່ອງ​ໃນ​ໂອກາດ​ມາ​ຢ້ຽມຢາມ​ຫວຽດນາມ ​ໃນ​ລະຫວ່າງ​ວັນ​ທີ 1 – 3/9. ທີ່​ການ​ຕ້ອນຮັບ, ທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​ຢືນຢັນ​ວ່າ ຍາມ​ໃດ​ຫວຽດນາມ ກໍ​ຖື​ການ​ພົວພັນ​ກັບ​ອາ​ເມ​ລິ​ກາ ​ເປັນ​ສຳຄັນ, ຊົມ​ເຊີຍບັນດາ​ບາດກ້າ​ວ​ໃນ​ການ​ພັດທະນາ​ສາຍພົວພັນ​ສອງ​ຝ່າຍ ​ແລະ ​ເນັ້ນ​ໜັກ​ວ່າ ສອງ​ປະ​ເທດ​ຄວນ​​ແບ່ງປັນ​ບັນດາ​ຜົນ​ປະ​ໂຫຍ​ດລວມ​ໃນ​ການ​ຊຸກຍູ້​ການ​ພົວພັນ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ບົນ​ພື້ນຖານ​ສ​ະ​ເໝີ​ພາບ, ​ເຄົາລົບ​ເອກະລາດ, ອະທິປະ​​ໄຕ, ຜືນ​ແຜນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ກັນ, ​ເພື່ອ​ສັນຕິ​ພາບ, ສະຖຽນ​ລະ​ພາບ ​ແລະ ການຮ່ວມ​ມື​ຢູ່​​ພາກ​ພື້ນ, ທ່ານ​ປະທານ​ປະ​ເທດ ​ໄດ້​ຕີ​ລາຄາ​ສູງ​ບົດບາດ​ຂອງ​ອົງການ​ຕາງໜ້າດ້ານ​ການ​ຄ້າ​ຂອງ​ອາ​ເມ​ລິ​ກາ ​ໃນ​ການ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ. ທ່ານ​ປະທານ​ປະ​ເທດ​​​ຖື​ວ່າ ສອງ​ຝ່າຍ​ຄວນສືບ​ຕໍ່​ເສີມ​ຂະຫຍາຍຄວາມ​ສາມາດ​ບົ່ມ​ຊ້ອນ​ທີ່​ໃຫຍ່​ຫຼວງ​ໃນ​ຂົງ​ເຂດ​ຮ່ວມ​ມື​ດັ່ງກ່າວ ​ແລະ ປາດ​ຖະໜາ​ວ່າ ບັນດາ​ວິ​ສາ​ຫະກິດ​ຂອງ​ອາ​ເມ​ລິ​ກາ ​ຈະເພີ່ມ​ທະວີ​ການ​ລົງທຶນ ​ແລະ ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຫວຽດນາມ. ທ່ານ​ປະທານ​ປະ​ເທດ​ໄດ້​ສະ​ເໜີ​ໃຫ້​ລັດຖະບານ​ອາ​ເມ​ລິ​ກາ ຮັບ​ຮູ້​ຫວຽດນາມ ​ແມ່ນ​ີພື້ນຖານ​ເສດຖະກິດ​ການ​ຕະຫຼາດ​ໂດຍ​ໄວ ​ແລະ​ ສະຫງວນ​ໃຫ້​ຫວຽດນາມ​ກົນ​ໄກ​​ບຸລິມະສິດ​ດ້ານ​ພາສີ (GSP); ສອງ​ຝ່າຍ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນດາ​ກົນ​ໄກ​ຮ່ວມ​ມື, ​ເຊື່ອມ​ຕໍ່​ເສດຖະກິດ​ຫຼາຍ​ຝ່າຍ. ພ້ອມ​ກັນ​ມານະ​ພະຍາຍາມ​ແກ້​ໄຂ​ຄວາມ​ແຕກ​ຕ່າງ​ກັນ, ການ​ແກ້ງ​ແຍ່ງ​ດ້ານ​ເສດຖະກິດ - ການ​ຄ້າ ບົນ​ພື້ນຖານ​ຄູ່​ຮ່ວມ​ມື​ຢ່າງສະ​ເໝີ​ພາບ, ​ເຄົາລົບ​ເຊິ່ງກັນ ​ແລະ ກັນ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ​ແລະ ຕ້ອງ​ຄິດ​ໄລ່​ເຖິງ​ຜົນ​ປະ​ໂຫຍດ​ຂ​ອ​ງກັນ.

        ຜູ້​ຕາງໜ້າດ້ານ​ການ​ຄ້າ​ອາ​ເມ​ລິ​ກາ ທ່ານ Ronald Kirk ​ໄດ້​ຢືນຢັນ​ວ່າ ລັດ​ຖະບານ​ອາ​ເມ​ລິ​ກາ ປາດ​ຖະໜາ​ວ່າ ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ຈະ​ພັດທະນາ​ຢ່າງ​​ແຮງ​ກວ່າ​ອີກ​ໃນ​ໄລຍະ​ຈະ​ມາ​ເຖິງ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ. ທ່ານ Ronald Kirk ປາດ​ຖະໜາ​ວ່າ ​ສອງ​ຝ່າຍພ້ອມ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ອື່ນໆ ສິ້ນ​ສຸດ​ການ​ເຈລະຈາ​ສັນຍາ​ຄູ່​ຮ່ວມ​ມື​​ເສດຖະກິດ​ຍຸດ​ທະ​ສາດ​ເຂດ​ປາຊີ​ຝິກ (TPP) ​ໂດຍ​ໄວ.

        ກ່ອນ​ໜ້າ​ນັ້ນ, ທ່ານ​ຮອງ​ນາຍົກລັດຖະມົນຕີ Vu Van Ninh ​ໄດ້​ໃຫ້ການ​ຕ້ອນຮັບຜູ້ຕາງ​ໜ້າດ້ານການ​ຄ້າ​ອາ​ເມ​ລິ​ກາ ທ່ານ Ronald Kirk. ທີ່​ການ​ຕ້​ແນ​ຮັບ, ທ່ານ​ຮອງ​ນາ​ຍົດ​ລັດຖະມົນ​ຕີ Vu Van Ninh ​ໄດ້​ເນັ້ນ​ໜັກ​ວ່າ ຫວຽດນາມ ​ໄດ້​ຖື​​ເປັນ​ສຳຄັນການ​ເຂົ້າ​ຮ່ວມ​ສັນຍາ​ TPP, ນີ້​ແມ່ນ​ສິ່ງ​ທ້າ​ທາຍ ທັງ​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້​ຫວຽດນາມ ພັດທະນາ​ການ​ພົວພັນ​ການ​ຄ້າ​ໃນ​ຕະຫຼາດ​ສາກົນ, ຊ່ວຍ​ໃຫ້​ຫວຽດນາມ ກຳ​ແໜ້ນ​ ​ແລະ ໝູນ​ໃຊ້​ບັນດາ​ກາລະ​ໂອກາດ​ສະ​ແຫວ​ງຫາການຮ່ວມ​ມື​ສາກົນ ​ເພື່ອ​ຮັບ​ໃຊ້​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ, ສັງຄົມ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ.

ຂ່າວ/ບົດ​ອື່ນ