(vovworld) - ທ່ານປະທານປະເທດຫວຽດນາມ Truong Tan Sang ໄດ້ມີການພົບປະກັບຜູ້ແທນກຳມະບານກະຊວງປ້ອງກັນປະເທດ 100 ຄົນ ໃນຕອນບ່າຍວັນທີ 23/8, ຢູ່ສຳນັກງານປະທານປະເທດ, ເນື່ອງໃນໂອກາດທີ່ຄະນະຜູ້ແທນມາ ນະຄອນຫຼວງຮ່າໂນ້ຍ ເຂົ້າຮ່ວມພິທີຍ້ອງຍໍແບບຢ່າງດຳເນີນເສດຖະກິດຄອບຄົວເກັ່ງ ໂດຍກຳມະບານກະຊວງປ້ອງກັນປະເທດຈັດຕັ້ງ. ທີ່ການໂອ້ລົມກັບບັນດາຜູ້ແທນ, ທ່ານປະທານປະເທດ Truong Tan Sang ໄດ້ສະເໜີໃຫ້ບັນດາຜູ້ແທນຄວນຕີລາຄາ, ຖອດຖອນບົດຮຽນປະສົບການ, ບັນດາຮູບແບບທີ່ດີ ເພື່ອທະວີຄູນອອກສູ່ບັນດາເຂດທີ່ມີເງື່ອນໄຂຄ້າຍຄືກັນ ແລະ ທະວີຄູນຂະບວນການອອກສູ່ທົ່ວກອງທັບໃນໄລຍະໃໝ່, ເພື່ອແນໃສ່ປະກອບສ່ວນຍົກສູງຊີວິດການເປັນຢູ່ໃຫ້ແກ່ພະນັກງານ, ພາລະກອນ ແລະ ແຕ່ລະຄອບຄົວທະຫານ ແລະ ຜູ້ອອກແຮງງານໃນກະຊວງປ້ອງກັນປະເທດ. ທ່ານປະທານປະເທດກໍ່ໄດ້ເອົາໃຈໃສ່ວ່າ ນອກຈາກການໜູນຊ່ວຍຂອງທະຫານ, ແຕ່ລະຄອບຄົວທະຫານ, ຜູ້ອອກແຮງງານໃນກະຊວງ ຕ້ອງຕິດພັນກັບຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ ເພື່ອເພີ່ມທະວີການໜູນຊ່ວຍຄື; ດ້ານທຶນຮອນ, ທີ່ດິນ, ເຕັກນິກ… ໃນການພັດທະນາເສດຖະກິດຄອບຄົວ. ທ່ານປະທານປະເທດໄດ້ເຊື້ອໝັ້ນວ່າ ດ້ວຍຄວາມສາມາດ, ດຸໝັ່ນຂະຫຍັນພຽນມີຫົວຄິດປະດິດສ້າງ, ສືບທອດມູນເຊື້ອຂອງກອງທັບ… ບັນດາຜູ້ແທນສຶບຕໍ່ແມ່ນແບບຢ່າງທີ່ດີ, ມີກຳລັງແຜ່ຂະຫຍາຍຢ່າງກວ້າງຂວາງ, ໜູນຊ່ວຍຂະບວນການພັດທະນາເສດຖະກິດຄອບຄົວໃນທົ່ວກອງທັບ.