(vovworld) - ວັນທີ 6/9, ທ່ານປະທານປະເທດ Truong Tan Sang ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເດີນທາງອອກຈາກຮ່າໂນ້ຍ ໄປເຂົ້າຮ່ວມກອງປະຊຸມຂັ້ນສູງ ເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊີຝິກ ຄັ້ງທີ 20 (APEC - 20) ແລະ ຢ້ຽມຢາມທາງລັດຖະກິດເຖິງ ສ.ກາສັກສະຖານ ແຕ່ວັນທີ 7 – 11/9. ການເຂົ້າຮ່ວມ APEC 20 ແລະ ການຢ້ຽມຢາມ ສ.ກາຣັກສະຖານ ຄັ້ງນີ້ຂອງທ່ານປະທານປະເທດພ້ອມກັນຄະນະຜູ້ແທນຂັ້ນສູງຫວຽດນາມ ເພື່ອແນໃສ່ເສີມຂະຫຍາຍບົດບາດຂອງຫວຽດນາມ ທີ່ເວທີປາໄສ APEC ໂດຍຜ່ານການປະກອບສ່ວນເຂົ້າໃນການຮ່ວມມືກັບ APEC ຢ່າງຕັ້ງໜ້າ ແລະ ບັນດາເນື້ອໃນໃຫຍ່ຂອງກອງປະຊຸມ, ພ້ອມທັງຢືນຢັນຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຫຼາຍດ້ານກັບກາສັກສະຖານ.
ໃນຕອນບ່າຍຂອງວັນທີ 6/9, ທ່ານປະທານປະເທດ Truong Tan Sang ເມື່ອມາຮອດ Vladivostok ແຫ່ງສະຫະພັນລັດເຊຍ. ທ່ານໄດ້ມີການພົບປະ ແລະ ໂອ້ລົມກັບພະນັກງານພາລະກອນກົງສູນໃຫ່ຍ ແລະ ປູ້ຕາງໜ້າປະຊາຄົມຊາວຫວຽດນາມພວມດຳລົງຊີວິດ ແລະ ຮ່ຳຮຽນຢູ່ Vladivostok. ທ່ານປະທານປະເທດ Truong Tan Sang ໄດ້ແຈ້ງໃຫ້ຊາບສະພາບການເສດຖະກິດສັງຄົມຂອງປະເທດຊາດ ແລະ ເນັ້ນໜັກເຖິງບັນດາຄວາມມານະພະຍາຍາມຂອງອົງການຈັດຕັ້ງ, ສ່ວນບຸກຄົນດີເດັ່ນ ຊື່ງໄດ້ປະກອບສ່ວນຊຸກຍູ້ນ້ຳໃຈມິດຕະພາບ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ສະຫະພັນລັດເຊຍ. ທ່ານປະທານປະເທດ Truong Tan Sang ສະເໜີໃຫ້ປະຊາຄົມຊາວຫວຽດນາມ ຕ້ອງປະຕິບັດກົດໝາຍຂອງປະເທດທີ່ຕົນອາໄສຢູ່ເປັນຢ່າງດີ, ເພີ່ມທະວີນ້ຳໃຈມິດຕະພາບລະຫວ່າງປະຊາຊົນສອງປະເທດ ພ້ອມທັງຕ້ອງສາມັກຄີກັນ, ຊ່ວຍເຫຼືອຊື່ງກັນ ແລະ ກັນໃນຊີວິດການເປັນຢູ່ ແລະ ຍາມໃດກໍ່ມຸ້ງໄປສູ່ບ້ານເກີດເມືອງນອນ.