ປະທານຜູ້ປະຈຳການສະພາສູງ Patrick Leahy ຢ້ຽຢາມວິຫານ ງອກເຊີນ
(ພາບ: Phương Hoa/TTXVN)
(vovworld) – ວັນທີ 20/4, ຄະນະສະມາຊິກສະພາແຫ່ງຊາດ ອາເມລິກາ ໂດຍ ປະທານຜູ້ປະຈຳການສະພາສູງ Patrick Leahy ໄດ້ເດີນທາງອອກຈາກ ດ່າໜັງ, ສິ້ນສຸດການຢ້ຽມຢາມ ຫວຽດນາມ ແຕ່ວັນທີ 16/4 ຕາມຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ.
ເມື່ອຢ້ຽມຢາມ, ເຮັດວຽກຢູ່ ຮ່າໂນ້ຍ ແຕ່ວັນທີ 17 – 18/4/2014, ຄະນະໄດ້ເຈລະຈາກັບທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ, ເຂົ້າຢ້ຽມຂຳ່ນັບທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ທ່ານປະທານປະເທດ ເຈືອງເຕີນຊາງ, ພົບປະກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຟຸ່ງກວາງແທງ. ໃນການພົບປະກັບຄະນະ, ການນຳພັກ, ລັດ, ສະພາແຫ່ງຊາດ ຫວຽດນາມ ຢືນຢັນ: ຖື ອາເມລິກາ ແມ່ນຄູ່ຮ່ວມມືສຳຄັນອັນດັບໜຶ່ງ, ປາດຖະໜາຢາກຮັກສາ ແລະ ຊຸກຍູ້ການພົວພັນກັບ ອາເມລິກາ ໃນທຸກລະດັບ, ສະເໜີໃຫ້ ອາເມລິກາ ເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນບັນດາຂອບເຂດ ແລະ ຂົງເຂດທີ່ມີຢູ່ແລ້ວ, ສືບຕໍ່ຊ່ວຍເຫຼືອ ແລະ ຮ່ວມມືກັບ ຫວຽດນາມ ເພື່ອແກ້ໄຂບັນດາຮຳ່ບາດແຜສົງຄາມຢ່າງຕັ້ງໜ້າ ແລະ ມີປະສິດທິຜົນ. ກ່ຽວກັບການພົວພັນກັບ 2 ສະພາແຫ່ງຊາດ, ການນຳຂັ້ນສູງ ຫວຽດນາມ ສະເໜີໃຫ້ສະພາແຫ່ງຊາດ 2 ປະເທດເພີ່ມທະວີການພົວພັນແລກປ່ຽນ ເພື່ອໃຫ້ ອາເມລິກາ ຮັບຮອງ ຫວຽດນາມ ມີພື້ນຖານເສດຖະກິດການຕະຫຼາດໂດຍໄວ, ເຈລະຈາ ແລະ ໃຫ້ສັດຕະຍາບັນສັນຍາຄູ່ຮ່ວມມືເຂດ ປາຊີຟິກ (TPP) ເໝາະສົມກັບຜົນປະໂຫຍດຂອງທັງ 2 ຝ່າຍ, ພ້ອມທັງສະເໜີໃຫ້ສະພາແຫ່ງຊາດ ອາເມລິກາ ສະຫງວນງົບປະມານເໝາະສົມເພື່ອແກ້ໄຂບັນດາບັນຫາມະນຸດສະທຳຢູ່ ຫວຽດນາມ.