(ທ່ານປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຊິງຮຸ່ງ
ແລະທ່ານປະທານສະພາສູງ ສ.ເຊັກໂກ Milan Stech)
(vovworld) – ທີ່ການພົບປະເຈລະຈາກັບທ່ານປະທານສະພາສູງ ສ.ເຊັກໂກ Milan Stech ເຊິງດຳເນີນໃນຕອນບ່າຍວັນທີ 15/11 ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຊິງຮຸ່ງ ຢືນຢັນວ່າ: ການຢ້ຽມຢາມ ຫວຽດນາມ ເປັນຄັ້ງທຳອິດຂອງການນຳສູງສຸດສະພາສູງ ສ.ເຊັກໂກ ກົງກັບໂອກາດ 2 ປະເທດສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແມ່ນຂີດໝາຍສຳຄັນພິເສດ, ປະກອບສ່ວນປັບປຸງສາຍພົວພັນທີ່ເປັນມູນເຊື້ອ, ມິດຕະພາບອັນດີງາມລະຫວ່າງ 2 ປະເທດ ໃນທຸກຂົງເຂດ. ທ່ານປະທານສະພາສູງ ສ.ເຊັກໂກ Milan Stech ຕີລາຄາສູງບັນດາຜົນງານພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ໃນໄລຍະຜ່ານມາ ແລະ ຖືວ່າ: ນີ້ແມ່ນພື້ນຖານເພື່ອໃຫ້ 2 ຝ່າຍສືບຕໍ່ຊຸກຍູ້ການຮ່ວມມື, ໂດຍສະເພາະແມ່ນໃນບັນດາຂົງເຂດຄື: ເສດຖະກິດ, ການຄ້າ ແລະ ການສຶກສາ. ພິເສດ, ປະຊາຄົມຊາວ ຫວຽດນາມ ໄດ້ ຮັບຮອງເອົາຈາກ ສ.ເຊັກໂກ ເປັນປະຊາຄົມຊົນເຜົ່າສ່ວນໜ້ອຍ, ມີສິດດຳລົງຊີວິດໄລຍະສັ້ນ ແລະ ໄລຍະຍາວຢູ່ ສ.ເຊັກໂກ ແລະ ເຂົາເຈົ້າພວມປະສົບຜົນສຳເລັດທີ່ສຸດໃນການດຳເນີນທຸລະກິດ ແລະ ການຮ່ຳຮຽນ. ຊາວ ຫວຽດນາມ ລຸ້ນທີ 2 ຢູ່ ສ.ເຊັກໂກ ມີຜົນງານໃນການຮ່ຳຮຽນຫລາຍຢ່າງ, ເສີມຂະຫຍາຍໄດ້ຄວາມສາມາດບົ່ມຊ້ອນພັດທະນາຂອງ ສ.ເຊັກໂກ ແລະ ສະຫະພາບ ເອີລົບ (ອີຢູ) ເພື່ອພັດທະນາ. ການນຳ 2 ທ່ານ ກໍເຫັນດີເພີ່ມທະວີການຮ່ວມມືລັດຖະສະພາ, ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫລາຍຝ່າຍ ແລະ 2 ຝ່າຍ, ກໍຄືການຮ່ວມມືຢ່າງແໜ້ນແຟ້ນໃນການປະຕິບັດຖະແຫຼງການຂອງກອງປະຊຸມໃຫຍ່ສະມັດຊາລັດຖະສະພາໂລກຄັ້ງທີ 132 ຢູ່ຮ່າໂນ້ຍ ແລະ ປະຕິບັດບັນດາເປົ້າໝາຍສະຫັດສະວັດ.