ປະທານສະພາສູງແຫ່ງລາຊະອານາຈັກແບນຊິກສິ້ນສຸດການຢ້ຽມຢາມຫວຽດນາມຢ່າງເປັນທາງການ
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ແລະ
ທ່ານນາງປະທານສະພາສູງ Christene Defraigne
(ພາບ: TTXVN)
(vovworld) – ຕອນເຊົ້າວັນທີ 08/11, ທ່ານນາງປະທານສະພາສູງແຫ່ງລາຊະອານາຈັກແບນຊິກ Christene Defraigne ໄດ້ເດີນທາງອອກຈາກນະຄອນໂຮ່ຈິມິນ, ສິ້ນສຸດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການອັນດີງາມ ໃນລະຫວ່າງວັນທີ 01 – 08/11. ໃນໄລຍະຢູ່ຢ້ຽມຢາມ, ທ່ານນາງປະທານສະພາສູງ Christene Defraigne ໄດ້ມີການພົບປະເຈລະຈາກັບທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ, ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຟ້າມບິງມິງ. ທ່ານນາງປະທານສະພາສູງ Christene Defraigne ກໍໄດ້ມີການເຮັດວຽກກັບທ່ານລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນ ບຸຍກວາງວິງ, ທ່ານລັດຖະມົນຕີວ່າການກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ຟ້າມຫວູລ້ວນ. ທີ່ບັນການພົບປະເຈລະຈາ, 2 ຝ່າຍໄດ້ຕີລາຄາສູງ ແລະ ເຫັນດີຊຸກຍູ້ການພົວພັນຮ່ວມມືລະຫວ່າງລັດຖະສະພາ 2 ປະເທດ. 2 ຝ່າຍເຫັນດີເປັນເອກະພາບນຳກັນຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ, ຂັ້ນຄະນະກຳມະການ ແລະ ອົງການຮັບໃຊ້ສະພາແຫ່ງຊາດ. ສະພາແຫ່ງຊາດ 2 ປະເທດກໍຈະເພີ່ມທະວີການແລກປ່ຽນບົດຮຽນໃນການເຄື່ອນໄຫວຫຼາຍຢ່າງ; ສົມທົບກັນຕິດຕາມກວດກາບັນດາຂໍ້ຕົກລົງຮ່ວມມືລະຫວ່າງລັດຖະບານ 2 ປະເທດ. 2 ຝ່າຍເຫັນດີຈະສືບຕໍ່ຜັນຂະຫຍາຍບັນດາໂຄງການທີ່ໄດ້ຮັບການລົງນາມແລ້ວຢ່າງມີປະສິດທິຜົນ ແລະ ບັນດາຂົງເຂດຈຸດສຸມທີ່ໃຫ້ບຸລິມະສິດ.