ນາຍພົນ Martin Dempsey
(vovworld) - ວັນທີ 21/8, ສື່ມວນຊົນ ອາບການິດສະຖານ ໃຫ້ຂ່າວວ່າ: ທ່ານປະທານສະພາເສນາທິການທະຫານປະສົມ ອາເມລິກາ ນາຍພົນ Martin Dempsey ໄດ້ມີການຢ້ຽມຢາມປະເທດນີ້. ຕາມແຜນການແລ້ວ, ທ່ານປະທານສະພາເສນາທິການທະຫານປະສົມ ອາເມລິກາ ຈະມີການພົບປະກັບບັນດາເຈົ້າໜ້າທີ່ການທະຫານ NATO ແລະ ອາບການິດສະຖານ, ໃນນັ້ນມີນາຍພົນ John R. Allen, ຜູ້ບັນຊາການກຳລັງໜູນຊ່ວຍປ້ອງກັນຄວາມສະຫງົບສາກົນ (ຫຼື ISAF) ຢູ່ ອາບການິດສະຖານ. ຈຸດປະສົງຂອງການຢ້ຽມຢາມ ຄັ້ງນີ້ໄດ້ຖືກຖືວ່າ ແມ່ນເພື່ອແນໃສ່ແກ້ໄຂບັນດາການບຸກໂຈມຕີທີ່ໄດ້ຖືວ່າ ໂດຍທະຫານ, ຕຳຫຼວດ ອາບການິດສະຖານ ຫຼື ບັນດາມືປຶນນຸ່ງເຄື່ອງແບບທະຫານປະຕິບັດເລັ່ງໃສ່ກຳລັງທະຫານປະສົມ.
ການຢ້ຽມຢາມຂອງທ່ານ Dempsey ໄດ້ດຳເນີນພາຍຫຼັງ 1 ວັນເກີດເຫດການມີຜູ້ຊາຍຄົນໜຶ່ງນຸ່ງຊຸດຕຳຫຼວດ ອາບການິດສະຖານ ໄດ້ຍິງປືນໃສ່ກຳລັງ ອາເມລິກາ, ເຮັດໃຫ້ທະຫານ ອາເມລິກາ ທີ່ສັງກັດກຳລັງທະຫານປະສົມຢູ່ແຂວງພາກໃຕ້ Kandahar ເສຍຊີວິດ. ໂຄສົກ NATO ໃຫ້ຮູ້ວ່າ: ທະຫານ 40 ຄົນສັງກັດ ISAF ຖືກເຂັ່ນຂ້າໃນບັນດາການບຸກໂຈມຕີທີ່ຄ້າຍຄືກັນເກີດຂຶ້ນໃນປີນີ້ ແລະ ທະຫານປະສົມໄດ້ປະກອບອາວຸດ 24/24 ຊົ່ວໂມງ ເພື່ອຮັບມື. ທ່ານ Dempsey ໃຫ້ຮູ້ວ່າ, ບັນດາການບຸກໂຈມຕີຄືດັ່ງກ່າວ ບໍ່ສົງຜົນສະທ້ອນເຖິງແຜນການຖອນທະຫານ.