ປະທານສະພາແຫ່ງຊາດກຳປູເຈຍ ສີ້ນສຸດການຢ້ຽມຢາມສັດຖະວະໄມຕີ ຫວຽດນາມ ຢ່າງເປັນທາງການ
ທ່ານປະທານສະພາແຫ່ງຊາດກຳປູເຈຍ Samdech Heng Samrin
ເຂົ້າຢ້ຽມສຸສານລຸງໂຮ່
(ພາບ:vietnamplus.vn)
( vovworld ) – ຕອນເຊົ້າວັນທີ 25/7, ທ່ານປະທານສະພາແຫ່ງຊາດກຳປູເຈຍ Samdech Heng Samrin ພ້ອມດ້ວຍຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດກຳປູເຈຍ ໄດ້ເດີນທາງອອກຈາກຮ່າໂນ້ຍ, ສີ້ນສຸດການຢ້ຽມຢາມສັດຖະວະໄມຕີຫວຽດນາມ ຢ່າງເປັນທາງການຢ່າງຈົບງາມ ແຕ່ວັນທີ 20-25/7, ຕາມຄຳເຊີນຂອງທ່ານປະທານສະພາແຫ່ງຊາດຫວຽດນາມ Nguyen Sinh Hung. ທີ່ການພົບປະ, ເຈລະຈາຄັ້ງຕ່າງໆລະຫວ່າງການນຳພັກ, ລັດ ແລະ ລັດຖະບານຫວຽດນາມ ກັບປະທານສະພາແຫ່ງຊາດລາຊະອານາຈັດກຳປູເຈຍ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດກຳປູເຈຍ, ສອງຝ່າຍໄດ້ຢືນຢັນວ່າຍາມໃດກໍ່ຖືເປັນສຳຄັນ ແລະ ຕັດສິນໃຈຊຸກຍູ້ການພົວພັນລະຫວ່າງຫວຽດນາມ-ກຳປູເຈຍໃຫ້ພັດທະນາຢ່າງບໍ່ຢຸດຢັ້ງ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ພ້ອມກັນນັ້ນ ປະກອບສ່ວນເພື່ອພາລະກິດສັນຕິພາບ, ການຮ່ວມມື, ການພັດທະນາໃນພາກພື້ນ ແລະ ໃນໂລກ. ສອງຝ່າຍເຫັນດີເປັນເອກະສັນນຳກັນຈະເພີ່ມທະວີການພົບປະແລກປ່ຽນ, ການຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນລະຫວ່າງສອງສະພາແຫ່ງຊາດກ່ວາອີກ, ປະກອບສ່ວນເຂົ້າໃນການພັດທະນາລວມຂອງສາຍພົວພັນສອງປະເທດ. ໃນຂອບເຂດການຢ້ຽມຢາມຫວຽດນາມ, ທ່ານປະທານສະພາແຫ່ງຊາດກຳປູເຈຍ Samdech Heng Samrin ແລະ ທ່ານປະທານສະພາແຫ່ງຊາດຫວຽດນາມ Nguyen Sinh Hung ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ.