ທ່ານ Bruno Angelet ແລະ ທ່ານນາງ ຫງວຽນທິກິມເງິນ
(ພາບ: ປົດປ່ອຍໄຊງ່ອນ ອອນໄລ)
(vovworld) – ຕອນເຊົ້າວັນທີ 17/6, ໃນການຕ້ອນຮັບເອກອັກຄະລັດຖະທູດ, ຫົວໜ້າຄະນະປະຕິບັດງານສະຫະພາບເອີລົບ ທ່ານ Bruno Angelet, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຕີລາຄາສູງທັດສະນະແລະ ບົດບາດສາກົນຂອງ EU, ຊົມເຊີຍ EUປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ຊຸກຍູ້ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ອາຊີ - ປາຊີຟິກ ແລະ ອາຊີຕາເວັນອອກສ່ຽງໃຕ້, ຮັບປະກັນຄວາມສະຫງົບ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ ແລະ ການບິນຕາມສົນທິສັນຍາກ່ຽວກັບກົດໝາຍວ່າດ້ວຍທະເລ ຂອງ ສປຊ (UNCLOS). ພິເສດ, ລັດຖະສະພາ ເອີລົບ ມີບົດບາດສຳຄັນໃນການເພີ່ມທະວີການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ - ອີຢູ.
ສ່ວນທ່ານ Bruno Angelet, ເອກອັກຄະລັດຖະທູດ, ຫົວໜ້າຄະນະປະຕິບັດງານສະຫະພາບເອີລົບ ຢັ້ງຢືນວ່າ: ໃນຖານະຕຳແໜ່ງຂອງຕົນ, ທ່ານ Bruno Angelet ຈະຊຸກຍູ້ ອີຢູ ປັບປຸງລະບຽບການສຸດທ້າຍໃຫ້ສຳເລັດເພື່ອໃຫ້ສັນຍາແມ່ຄູ່ຮ່ວມມື ແລະ ຮ່ວມມືຮອບດ້ານ (PCA) ມີຜົນສັກສິດ, ພ້ອມກັບ ຫວຽດນາມ ກວດກາດ້ານນິຕິກຳ ແລະ ຍູ້ໄວວິວັດການໃຫ້ສັດຕະຍາບັນສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ກໍ່ຄືຮັບຮອງລະບຽບການເສດຖະກິດການຕະຫຼາດຂອງ ຫວຽດນາມ.
ກໍ່ໃນຕອນເຊົ້າວັນດຽວກັນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນມີການຕ້ອນຮັບທ່ານ Giles Lever, ເອກອັກຄະລັດຖະທູດສະຫະພັນລາຊະອານາຈັກອັງກິດ ແລະ ໄອແລນເໜືອ ແລະ ທ່ານນາງ Christian Berger, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສະຫະພັນ ເຢຍລະມັນ.