ປະທານສະພາແຫ່ງຊາດພົບປະກັບຜູ້ມີສິດເລືອກຕັ້ງແຂວງຮ່າຕິ້ງ
ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ
ພົບປະກັບຜູ້ມີສິດເລືອກຕັ້ງແຂວງຮ່າຕິ້ງ
(ພາບປະກອບ: baohatinh.vn)
(vovworld) - ຕອນເຊົ້າວັນທີ 07/07, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ແລະ ຄະນະສະມາຊິກສະພາແຫ່ງຊາດແຂວງຮ່າຕິ້ງ, ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງບ້ານ ກີລຽນ, ເທດສະບານ ກີແອງ, ແຂວງຮ່າຕິ້ງ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ໄດ້ຂອບໃຈບັນດາຄຳເຫັນປະກອບ, ມີລັກສະນະສ້າງສັນຂອງຜູ້ມີສິດເລືອກຕັ້ງໃນເທດສະບານກີແອງ ສຳລັບສະພາບການຂອງທ້ອງຖິ່ນ ກໍຄືຂອງປະເທດຊາດ. ກ່ຽວກັບການເຄື່ອນໄຫວຂອງສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດໃຫ້ຮູ້ວ່າ, ໃນໄລຍະຜ່ານມາ, ສະພາແຫ່ງຊາດໄດ້ສຸມໃສ່ຢ່າງສູງໃຫ້ແກ່ວຽກງານສ້າງກົດໝາຍ, ສ້າງລະບົບກົດໝາຍໃຫ້ສົມບູນແບບ, ພິເສດແມ່ນກ່ຽວຂ້ອງເຖິງສິດທິມະນຸດ ແລະ ເສດຖະກິດ. ແກ້ໄຂບັນດາຄວາມວິຕົກກັງວົນຂອງຜູ້ມີສິດເລືອກຕັ້ງຢູ່ກີແອງ, ສຳລັບບັນຫາທະເລຕາເວັນອອກ, ທ່ານປະທານສະພາແຫ່ງຊາດ ຢືນຢັນວ່າ, ຍາມໃດຫວຽດນາມ ກໍ່ປາດຖະໜາຢາກຮ່ວມມືມິດຕະພາບ ແລະ ສາມັກຄີກັບບັນດາປະເທດ, ຍາດແຍ່ງການສະໜັບສະໜູນຂອງເພື່ອນມິດສາກົນ ກໍຄືຕັດສິນໃຈຕໍ່ສູ້ເພື່ອປົກປັກຮັກສາອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ.