ທ່ານປະທານສະພາແຫ່ງຊາດຊູແອັດ Urban Ahlin
(vovworld) - ໂດຍໄດ້ຮັບຄຳເຊີນຂອງທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ, ຄະນະຜູ້ແທນຂັ້ນສູງລາຊະອານາຈັກຊູແອັດ ໂດຍທ່ານປະທານສະພາແຫ່ງຊາດ Urban Ahlin ນຳໜ້າ, ໄດ້ມາຮອດ ຮ່າໂນ້ຍ ເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນ ລັດຖະສະພາສາກົນຄັ້ງທີ 132, ວັນທີ 31/3, ທ່ານປະທານສະພາແຫ່ງຊາດລາຊະອານາຈັກຊູແອັດ ໄດ້ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ຮ່ວມເດີນທາງພ້ອມກັບທ່ານປະທານສະພາແຫ່ງຊາດ Urban Ahlin ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ມີສະມາຊິກລັດຖະສະພາຂຶ້ນກັບຫຼາຍພັກຢູ່ ຊູແອັດ ແລະ ເຈົ້າໜ້າທີ່ສະພາແຫ່ງຊາດຊູແອັດ ຈຳນວນໜຶ່ງ.