(vovworld) - ຕອນບ່າຍວັນທີ 10/9, ຢູ່ທີ່ນະຄອນຫຼວງວຽງຈັນ, ທ່ານນາງ ປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຄະນະແກ້ໄຂຄຳຮ້ອງຂໍຄວາມເປັນທຳ ສະພາແຫ່ງຊາດຫວຽດນາມ ໂດຍທ່ານຫົວໜ້າຄະນະ Nguyen Duc Hien ນຳໜ້າທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ລາວ. ທີ່ການຕ້ອນຮັບ, ທ່ານ Nguyen Duc Hien ປາດຖະໜາວ່າ ສອງຝ່າຍຈະເພີ່ມທະວີການແລກປ່ຽນບົດຮຽນເພື່ອບັນລຸໄດ້ຜົນງານຄືໄດ້ວາງອອກ. ສ່ວນທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້ ໄດ້ເນັ້ນໜັກວ່າ ຫວຽດນາມ ແລະ ລາວ ພວມຢູ່ໃນວິວັດການສ້າງສາປະເທດຊາດໃຫ້ພັດທະນາ, ການແລກປ່ຽນບົດຮຽນໃນວຽກງານແກ້ໄຂຄຳຮ້ອງຂໍຄວາມເປັນທຳຂອງປະຊາຊົນແມ່ນມີຄວາມຈຳເປັນ. ທ່ານນາງ ປານີ ຢາທໍ່ຕູ້ ເຊື້ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ຂອງຄະນະ ຈະແມ່ນການເຮັດວຽກທີ່ມີປະໂຫຍດກັບກຳມາທິການກົດໝາຍສະພາແຫ່ງຊາດ, ກະຊວງຍຸດຕິທຳລາວ ກໍຄືແຂວງ ຫຼວງພະບາງ ກ່ຽວກັບການຊຸກຍູ້ວຽກງານແກ້ໄຂຄຳຮ້ອງຂໍຄວາມເປັນທຳຂອງສອງປະເທດກດີວ່າອີກ, ປະກອບສ່ວນຊຸກຍູ້ສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຢ່າງຮອບດ້ານລະຫວ່າງ ລາວ ແລະ ຫວຽດນາມ.