ທ່ານນາງ ຫງວຽນທິກີມເງິນ ກ່າວຄຳເຫັນທີ່ AIPA 37
(vovworld) - ຕອນບ່າຍວັນທີ 01/10, ທ່ານນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດ ແລະ ຄະນະຜູ້ແທນຂັ້ນສູງ ຂອງ ສະພາແຫ່ງຊາດຫວຽດນາມ ກັບເມືອຮອດ ນະຄອນຫຼວງ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມມິດຕະພາບຢ່າງທາງການ 3 ປະເທດ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ, ລາຊະອານາຈັກ ກຳປູເຈຍ ແລະ ສະຫະພາບ ມຽນມາ (ແຕ່ວັນທີ 25/9 ເຖິງ 1/10) ຢ່າງດີງາມ. ການຢ້ຽມຢາມໄດ້ ເປີດບັນດາກາລະໂອກາດໃໝ່ ໃນການພົວພັນການທູດລັດຖະສະພາ, ເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືຮອບດ້ານສອງຝ່າຍ ແລະ ການຮ່ວມມືຫຼາຍດ້ານກວ່າອີກ
ຕາມ ທ່ານ ຫງວຽນວັນເຢົ່າ ປະທານກຳມາທິການ ການຕ່າງປະເທດຂອງສະພາແຫ່ງຊາດແລ້ວ ການປະຕິບັດງານ ຢູ່ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ຂອງ ທ່ານນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດ ໄດ້ຊ່ວຍເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານຢ່າງຈະແຈ້ງ, ທ່ານນາງ ຫງວຽນທິກີມເງິນ ໄດ້ມີບັນດາການພົບປະເຈລະຈາ ກັບການນຳຂັ້ນສູງ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ, ພ້ອມກັບ ທ່ານນາງ ປະທານສະພາແຫ່ງຊາດລາວ ຈັດຕັ້ງກອງປະຊຸມສຳມະນາບົດຮຽນ ກ່ຽວກັບການຄຸ້ມຄອງໜີ້ສາທາລະນະ.
ທີ່ກຳປູເຈຍ, ທ່ານນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດ ໄດ້ພົບປະ ບັນດາການນຳສູງສຸດ ຂອງ ກຳປູເຈຍ. ສອງຝ່າຍເຫັນດີເປັນເອກະສັນນຳກັນສືບຕໍ່ຮ່ວມມືຢ່າງມີປະສິດທິຜົນກວ່າອີກເພື່ອຜົນປະໂຫຍດຢ່າງແທດຈີ່ງຂອງປະຊາຊົນ ກໍ່ຄື ສອງປະເທດໃນໄລຍະຈະມາເຖິງ.
ຢູ່ ມຽນມາ, ໃນບັນດາການຕ້ອນຮັບ ທ່ານນາງ ຫງວຽນທີ້ກີມເງີນ ປະທານສະພາແຫ່ງຊາດ, ການນຳ ສະຫະພາບມຽນມາ ລ້ວນແຕ່ຕີລາຄາສູງ ແລະ ອວຍພອນ ຫວຽດນາມ ກ່ຽວກັບບັນດາຜົນງານພັດທະນາເສດຖະກິດ, ສັງຄົມ ໃນບັນດາ ທົດສະວັດຜ່ານມາ, ພິເສດແມ່ນເມື່ອ ຫວຽດນາມ ປະຕິບັດພາລະກິດປ່ຽນໃໝ່ປະເທດຊາດ. ການນຳຂັ້ນສູງຂອງ ມຽນມາ ກໍ່ປາດຖະໜາຢາກແລກປ່ຽນ ແລະ ຮ່ຳຮຽນເອົາບົດຮຽນຈາກອົງການນິຕິບັນຍັດ ຂອງ ຫວຽດນາມ. ແລະກໍ່ໃນການປະຕິບັດງານຢູ່ ມຽນມາ, ຄະນະຜູ້ແທນຂັ້ນສູງ ຂອງ ສະພາແຫ່ງຊາດ ຫວຽດນາມ ໄດ້ມີບັນດາການປະກອບສ່ວນເຂົ້າຜົນສຳເລັດ ຂອງ ກອງປະຊຸມໃຫຍ່ສະມັດຊາລັດຖະສະພາ ລະຫວ່າງ ຊາດອາຊຽນ