ປະທານສະພາແຫ່ງຊາດສ.ເກົາຫຼີສິ້ນສຸດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ

ປະທານສະພາແຫ່ງຊາດສ.ເກົາຫຼີສິ້ນສຸດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ສ.​ເກົາຫຼີ Chung Ui Hwa
ຢ້ຽມຢາມມະຫາວິທະຍາ​ໄລ​ສັງຄົມ ​ແລະ ວັດທະນະທຳມະນຸດນະຄອນ​ໂຮ່ຈິມິນ
(ພາບ: TTXVN)


(vovworld) – ວັນ​ທີ 21/03, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ສ.​ເກົາຫຼີ Chung Ui Hwa ​ແລະ ຄະນະ​ຜູ້​ແທນຂັ້ນ​ສູງ​ສະພາ​ແຫ່ງ​ຊາດສ.​ເກົາຫຼີ ​ໄດ້​ເດີນທາງ​ອອກ​ຈາກ​ນະຄອນ​ໂຮ່ຈິ​ມິນ, ສິ້ນ​ສຸດ​ການ​ຢ້ຽມຢາມ​​ຫວຽດນາມ ເປັນ​ທາງ​ການຢ່າງ​ຈົບງາມ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ. ​ໃນ​ໄລຍະ​ຢູ່​ຢ້ຽມຢາມ​ຫວຽດນາມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ສ.​ເກົາຫຼີ Chung Ui Hwa ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ, ​ເຂົ້າ​ຢ້ຽມຂໍ່ານັບ​ທ່ານ​ເລຂາທິການ​​ໃຫຍ່ ຫງວຽນ​ຟຸຈ້ອງ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ. ທີ່​ບັນ​ດາ​ການ​ພົບ​ປະ​ເຈລະຈາ, ການ​ນຳ​ຫວຽດນາມ ​ແລະ ປະທານ​ສະພາ​ແຫ່ງ​ຊາດ​ສ.​ເກົາຫຼີ ​ໃຫ້​ຄຳ​ໝັ້ນ​ສັນຍາ ຈະ​ນຳ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ​ໃຫ້​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ ​ແລະ ພັດທະນາຮອບດ້ານ​ໃນ​ທຸກ​ຂົງ​ເຂດ​ຢ່າງ​ດີງາມ​.

        ​ເນື່ອງ​ໃນ​ໂອກາດ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ, ທ່າ​ນ Chung Ui Hwa ​ໄດ້​ເຂົ້າ​ຢ້ຽມ​ສູ້​ສານ, ອາ​ໄລ​ຫາ​ປະທານ​ໂຮ່ຈິ​ມິນ, ພົບ​ປະ​ກັບ​ປະຊາ​ຄົມ​ຊາວສ.​ເກົາຫຼີ ພວມ​ດຳລົງ​ຊີວິດ​ຢູ່​ຫວຽດນາມ; ພົບ​ປະ​ແລກປ່ຽນ​ກັບ​ນັກ​ສຶກສາ​ມະຫາວິທະຍາ​ໄລ​ສັງຄົມ ​ແລະ ວັດທະນະທຳມະນຸດ​ນະຄອນ​ໂຮ່ຈິມິນ, ພົບ​ປະ​ກັບ​ການ​ນຳນະຄອນ​ໂ​ຮ່ຈິ​ມິນ.

ຂ່າວ/ບົດ​ອື່ນ