( ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຢ້ຽມຢາມ
ສະຖານທູດ ຫວຽດນາມ ປະຈຳ ປັກກິ່ງ ຈີນ )
(vovworld) – ເນື່ອງໃນໂອກາດການຢ້ຽມຢາມມິດຕະພາບ ຈີນ ຢ່າງເປັນທາງການ, ຕອນຄ່ຳວັນທີ 23/12, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄປຢ້ຽມຢາມພະນັກງານ, ພາລະກອນສະຖານທູດ ຫວຽດນາມ ປະຈຳ ປັກກິ່ງ ແລະ ໂອ້ລົມກັບຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ພວມຮ່ຳຮຽນ, ດຳລົງຊີວິດຢູ່ທີ່ນີ້. ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ເນັ້ນໜັກວ່າ: ຜົນສຳເລັດຂອງການເຄື່ອນໄຫວ ພົວພັນຕ່າງປະເທດຂອງ ຫວຽດນາມ ໃນໄລຍະຜ່ານມາ, ມີການປະກອບສ່ວນອັນໃຫຍ່ຫລວງຂອງບັນດານັກການທູດ, ໃນນັ້ນ ມີບັນດາພະນັກງານ, ພາລະກອນສະຖານທູດ ຫວຽດນາມ ປະຈຳ ຈີນ. ທ່ານປະທານສະພາແຫ່ງຊາດ ຖືວ່າ: ການພົວພັນທາງການທູດ ຫວຽດນາມ - ຈີນ ແມ່ນດີຢູ່ແລ້ວ ແລະ ນັບມື້ນັບດີກ່ວາອີກ ແມ່ນໜ້າທີ່ໃຫຍ່ຫລວງຂອງພະນັກງານ, ພາລະກອນສະຖານທູດ ຫວຽດນາມ. ສາຍພົວພັນຮ່ວມມື “ທັງເປັນເພື່ອນມິດສະຫາຍ, ທັງເປັນອ້າຍນ້ອງ” ລະຫວ່າງ ຫວຽດນາມ ແລະ ຈີນ ຄວນສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງຈາກ 2 ຝ່າຍ.