ພາບປະກອບ:internet
|
(vovworld)- ເມື່ອເຂົ້າຮ່ວມທີ່ພິທີອັດສົກຮຽນປີ 2013-2014 ດຳເນີນໄປໃນຕອນບ່າຍວັນທີ 30/7, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊີງຮຸ່ງ ເນັ້ນຫນັກວ່າ: ຈຸດໝາຍ, ຫນ້າທີ່ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແມ່ນຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ໂຮມປະເທດຊາດເປັນເອກະພາບ, ປົກປັກຮັກສາພັກ, ລັດ ແລະ ລະບອບສັງຄົມນິຍົມ. ທ່ານປະທານສະພາແຫ່ງຊາດ ຫງວຽນຊີງຮຸ່ງ ຊີ້ແຈ້ງວ່າ: ຫນ້າທີ່ປົກປັກຮັກສາປະເທດຊາດ ໃນສະພາບການໃຫມ່ ຮຽກຮ້ອງການຫັນປ່ຽນຢ່າງເຫັນໄດ້ຊັດ ໃນວຽກງານກໍ່ສ້າງພັກ, ກໍ່ສ້າງລັດ, ປັບປຸງລະບົບການເມືອງ, ສຸມໃສ່ຊີ້ນຳພັດທະນາເສດຖະກິດຢ່າງວ່ອງໄວ ແລະ ໝັ້ນຄົງ, ຮັກສາສັນຕິພາບ, ສະຖຽນລະພາບເພ່ືອພັດທະນາປະເທດຊາດ. ທ່ານປະທານສະພາແຫ່ງຊາດ ຫງວຽນຊີງຮຸ່ງ ຊີ້ແຈ້ງວ່າ:
“ຕ້ອງຊາບຊືມ ແລະ ປະຕິບັດບັນດາແຜນນະໂຍບາຍ, ແນວທາງຂອງພັກກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢ່າງມີປະສິດທິຜົນ. ຕ້ອງສົມທົບ 2 ຫນ້າທີ່ຍຸດທະສາດກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດຢ່າງແຫນ້ນແຟ້ນ, ພັດທະນາເສດຖະກິດກັບຫນ້າທີ່ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ສົມທົບຫນ້າທີ່ປ້ອງກັນຊາດ, ປ້ອງກັນຄວາມສະຫງົບກັບການເຄື່ອນໄຫວການຕ່າງປະເທດຢ່າງແຫນ້ນແຟ້ນ.”