ປະທານສະພາແຫ່ງຊາດຫງວຽນຊິງຮູ່ງເຂົ້າຮ່ວມລາຍການພົບປະແລກປ່ຽນ“ຄ່ຳຄືນວິສາຫະກິດ2014”
(ພາບ: nhandan.com.vn)
(vovworld) – ຕອນຄ່ຳວັນທີ 25/12, ທີ່ໂຮງລະຄອນໃຫຍ່ ຮ່າໂນ້ຍ, ສະຫະສະມາຄົມບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ ຮ່າໂນ້ຍ ແລະ ວິທະຍຸກະຈາຍສຽງ - ໂທລະພາບ ຮ່າໂນ້ຍ ສົມທົບກັນຈັດຕັ້ງລາຍການພົບປະແລກປ່ຽນ “ຄ່ຳຄືນວິສາຫະກິດ 2014”. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ເຂົ້າຮ່ວມລາຍການ ແລະ ມອບບັນດາຂອງຂວັນອັນສູງສົ່ງຂອງພັກ, ລັດ ໃຫ້ບັນດາວິສາຫະກິດ ແລະ ນັກທຸລະກິດທີ່ມີຜົນງານດີເດັ່ນ, ປະກອບສ່ວນເຂົ້າໃນພາລະກິດພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ, ນະຄອນຫຼວງ ຮ່າໂນ້ຍ ແລະ ວົງຄະນະຍາດ.
ໃນຂອບເຂດລາຍການ, ບັນດາຜູ້ເຂົ້າຮ່ວມໄດ້ພົບປະແລກປ່ຽນກັບຜູ້ຕາງໜ້າອົງການຄຸ້ມຄອງແຫ່ງລັດ, ນັກຊ່ຽວຊານເສດຖະກິດ, ນັກທຸລະກິດທີ່ດີເດັ່ນ, ບັນດານັກປາຖະກະຖາມີອິດທິພົນຊື່ສຽງ, ໄດ້ແບ່ງປັນຄວາມຮູ້ ແລະ ບົດຮຽນຜ່ານການໂອ້ລົມສົນທະນາ “ໂອ້ລົມສົນທະນາເສດຖະກິດ ຫວຽດນາມ - ແງ່ຫວັງ 2015”.
ລາຍການພົບປະແລກປ່ຽນ “ຄ່ຳຄືນວິສາຫະກິດ 2014” ແມ່ນໂອກາດເພື່ອເຊີດຊູບັນດານັກທຸລະກິດ, ວິສາຫະກິດມີຜົນງານພົ້ນເດັ່ນໃນປີຜ່ານມາ. ເນື່ອງໃນໂອກາດນີ້, ມີຫຼາຍວິສາຫະກິດ ແລະ ນັກທຸລະກິດເປັນກຽດທີ່ໄດ້ຮັບຫຼຽນໄຊແຮງງານ, ໃບຍ້ອງຍໍຂອງນາຍົກລັດຖະມົນຕີ, ເກືອບ 200 ວິສາຫະກິດ ແລະ ນັກທຸລະກິດ ໄດ້ຮັບໃບຍ້ອງຍໍຂອງຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ.