ປະທານສະພາແຫ່ງຊາດຫງວຽນທິກິມເງິນຕ້ອນຮັບເອກອັກຄະລັດຖະທູດນອກແວແລະສ.ເຊັກໂກ
ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນ
ຕ້ອນຮັບເອກອັກຕະລັດຖະທູດນອກແວ
(ພາບ: TTXVN)
(vovworld) - ຕອນບ່າຍວັນທີ 22/03, ຢູ່ສຳນັກງານສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບທ່ານນາງເອກອັກຄະລັດຖະທູດແຫ່ງລາຊະອານາຈັກນອກແວ Siren Gjerme Eriksem. ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີໃຫ້ 2 ຝ່າຍເພີ່ມທະວີການແລກປ່ຽນບົດຮຽນ, ຖ່າຍຖອດເຕັກໂນໂລຊີເຊິ່ງນອກແວ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການ. ປະຈຸບັນ, ນອກແວ ພວມແມ່ນຜູ້ປະສານງານເຈລະຈາສັນຍາການຄ້າເສລີລະຫວ່າງຫວຽດນາມ ກັບກຸ່ມການຄ້າເສລີເອີລົບ, ສະນັ້ນ, ທ່ານນາງປະທານສະແຫ່ງຊາດ ສະເໜີໃຫ້ນອກແວ ຊຸກຍູ້ເພື່ອສຳເລັດການເຈລະຈາ ແລະ ລົງນາມສັນຍາດັ່ງກ່າວໂດຍໄວ. ທ່ານນາງປະທານສະແຫ່ງຊາດຫງວຽນທິກິມເງິນ ປາດຖະໜາວ່າ, ໃນໄລຍະຈະມາເຖິງ, ສະພາແຫ່ງຊາດ 2 ປະເທດ ຕ້ອງເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ, ຂັ້ນກຳມາທິການເພື່ອແລກປ່ຽນບົດຮຽນ ແລະ ຂໍ້ມູນຂ່າວສານ.
ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດສ.ເຊັກໂກ ປະຈຳຫວຽດນາມ Vitez Slav Grepl, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ປາດຖະໜາວ່າ, ໃນຖານະຕຳແໜ່ງຂອງຕົນ, ທ່ານເອກອັກຄະລັດຖະທູດ Vitez Slav Grepl ຈະຊຸກຍູ້ການພົວພັນລະຫວ່າງ 2 ປະເທດໃຫ້ພັດທະນາດີຍິ່ງກວ່າອີກໃນຊຸມປີຈະມາເຖິງ.