ປະທານສະພາແຫ່ງຊາດຫງວຽນທິກີມເງິນພົບປະກັບຜູ້ມີສິດເລືອກຕັ້ງເມືອງຟອງດ່ຽນນະຄອນເກີນເທີ
ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນພົບປະກັບ
ຜູ້ມີສິດເລືອກຕັ້ງເມືອງຟອງດ່ຽນນະຄອນເກີນເທີ
(ພາບ: TTXVN)
(vovworld) - ຕອນເຊົ້າວັນທີ 06/05 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ສືບຕໍ່ການພົບປະກັບຜູ້ມີສິດເລືອກຕັ້ງຢູ່ຕາແສງ ເຍີນອ໋າຍ ເມືອງຟອງດ່ຽນ ນະຄອນ ເກີນເທີ. ນະທີ່ນີ້, ຜູ້ມີສິດເລືອກຕັ້ງຕາແສງ ເຍີນອ໋າຍ ປາດຖະໜາວ່າ: ເມື່ອໄດ້ຮັບການເລືອກຕັ້ງ, ບັນດາສະມາຊິກສະພາແຫ່ງຊາດ ຈະປະຕິບັດໂຄງການດຳເນີນງານຂອງຕົນໃຫ້ດີ; ສະຫງວນເວລາເພື່ອພົບປະກັບຜູ້ມີສິດເລືອກຕັ້ງເປັນປະຈຳ; ສ່ອງແສງບັນຫາຢ່າງທັນການ, ນຳສະເໜີຕໍ່ສະພາແຫ່ງຊາດບັນດາຄວາມມຸ່ງມາດປາດຖະໜາ ແລະ ຄວາມເຄັ່ງຮ້ອນຂອງປະຊາຊົນ ເພື່ອມີມາດຕະການແກ້ໄຂ.
ເມື່ອຕອບຄຳຖາມກ່ຽວກັບບັນດາບັນຫາຂອງຜູ້ມີສິດເລືອກຕັ້ງ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຊີ້ແຈ້ງວ່າ: ໃນໄລຍະຈະມາເຖິງ ຈະສຸມໃສ່ສ້າງບັນດາເອກະສານນິຕິກຳໃຫ້ສົມບຸນແບບ ແລະ ຍົກສູງຄວາມຮັບຜິດຊອບຂອງບັນດາກະຊວງ ຂະແໜງການທີ່ກ່ຽວຂ້ອງ.