ທ່ານນາງ ຫງວຽນທິກິມເງິນ ເຮັັດວຽກຢູ່ສະຖານທູດ ຫວຽດນາມ ປະຈຳລາວ
|
(vovworld) – ໃນຂອບເຂດການຢ້ຽມຢາມສັນທະວະໄມຕີ ລາວ ຢ່າງເປັນທາງການ, ຕອນເຊົ້າວັນທີ 26/9, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໂອ້ລົມກັບພະນັກງານສະຖານທູດ, ພໍ່ແມ່ປະຊາຊົນຊາວຫວຽດນາມ ແລະ ຜູ້ຕາງໜ້າບັນດາວິສາຫະກິດ ຫວຽດນາມ ຢູ່ລາວ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ການພົວພັນ ຫວຽດນາມ - ລາວ ໄດ້ຮັບການປັບປຸງ ແລະ ພັດທະນາໃນທຸກຂົງເຂດຢ່າງບໍ່ຢຸດຢັ້ງ, ຈາກການເມືອງຮອດເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ ການສຶກສາ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢັ້ງຢືນວ່າປະຊາຄົມຊາວ ຫວຽດນາມ ຢູ່ຕ່າງປະເທດແມ່ນພາກສ່ວນໜຶ່ງທີ່ບໍ່ສາມາດແຕກແຍກອອກຈາກຊາດ ຫວຽດນາມ ໄດ້:
“ສະເໜີໃຫ້ສະຖານທູດສົມທົບກັບບັນດາອົງການກ່ຽວຂ້ອງເພີ່ມທະວີການຈັດຕັ້ງບັນດາຊຸດຮຽນພາສາ ຫວຽດ ໃຫ້ພໍ່ແມ່ປະຊາຊົນຊາວ ຫວຽດນາມ. ນີ້ແມ່ນວຽກງານມີຄວາມຈຳເປັນທີ່ສຸດ, ຢູ່ບ່ອນໃດມີຊາວ ຫວຽດນາມ , ຢູ່ນັ້ນຕ້ອງມີວັດທະນະທຳ ຫວຽດນາມ. ສະຖານທູດຕ້ອງເອົາໃຈໃສ່ທີ່ສຸດຍ້ອນວຽກງານນີ້ມີຄວາມໝາຍໃນການຂົນຂວາຍພໍ່ແມ່ປະຊາຊົນມຸ່ງໄປເຖິງປະເທດຊາດ, ປະກອບສ່ວນຮັກສາ ແລະ ເສີມຂະຫຍາຍສີສັນຊາດ. ສະຖານທູດຕ້ອງກາຍເປັນຊາຍຄາລວມ, ທັງແມ່ນບ່ອນປົກປັກຮັກສາສິດຜົນປະໂຫຍດຂອງພົນລະເມືອງ, ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ”
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຍ້ອງຍໍຊົມເຊີຍວິສາຫະກິດບາງແຫ່ງຂອງ ຫວຽດນາມ ຢູ່ລາວ ທີ່ດຳເນີນທຸລະກິດສຳເລັດຜົນ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງລາວ ກໍ່ຄືຂອງ ຫວຽດນາມ.
ກ່ອນໜ້ານັ້ນ, ໃນຕອນເຊົ້າວັນທີ 26/9, ທ່ານນາງ ຫງວຽນທິກິມເງິນ ໄດ້ເຂົ້າຮ່ວມພິທີໄຂງານວາງສະແດງເສັ້ນທາງໂຮ່ຈີມິນ ມະຫັດສະຈັນໃນເຂດດິນແດນລາວ. ງານວາງສະແດງໄດ້ແນະນຳຮູບຖ່າຍເກືອບ 100 ແຜ່ນຂອງບັນດານັກຂ່າວ, ທີ່ໄດ້ວາດພາບຢ່າງມີຊີວິດຊີວາ ແລະ ຈະແຈ້ງໄລຍະອັນສະຫງ່າລາສີໃນປະຫວັດສາດແຫ່ງການຕໍ່ສູ້ ແລະ ໄຊຊະນະຂອງປະຊາຊົນ ແລະ ກອງທັບປະຊາຊົນ 2 ປະເທດ ຫວຽດນາມ ແລະ ລາວ.