ປະທານສະພາແຫ່ງຊາດຫວຽດນາມຈະຢ້ຽມຢາມລາຊະອານາຈັກ ຊູແອັດ, ຮຸ່ງກາຣີ ແລະ ເຊັກໂກ

(vovworld) - ຕາມ​ແຈ້ງ​ການ​ຂອງ​ກຳ​ມາ​ທີ​ການ​ການ​ຕ່າງ​ປະ​ເທດ ຊຸດທີ 14, ​ໂດຍໄດ້ຮັບ​ຄຳ​ເຊີນ​ຂອງ​ ທ່ານ Urban Ahlin ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາ​ຊະ​ອາ​ນາ​ຈັກ ຊູ​ແອັດ, ທ່ານ Kover Laszlo ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາ​ຊະ​ອາ​ນາ​ຈັກຮຸ່ງ​ກາ​ຣີ ແລະ ທ່ານ Milan Stech ປະ​ທານ​ສະ​ພາ​ສູງ  ສາ​ທາ​ລະ​ນະ​ລັດ ເຊັກ​ໂກ, ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ໂດຍ ທ່ານນາງ ຫງວຽນ​ທິ​ກີມ​ເງີນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ນຳ​ໜ້າ ຈະຢ້ຽມ​ຢາມລາ​ຊະ​ອາ​ນາ​ຈັກ ຊູ​ແອັດ, ຮຸ່ງ​ກາ​ຣີ ແລະ ສາ​ທາ​ລະ​ນະ​ລັດ ເຊັກ​ໂກ ຢ່າງ​​ເປັນ​ທາງ​ການ. ການ​ຢ້ຽມ​ຢາມ​ຈະດຳ​ເນີນ​ແຕ່​ວັນ​ທີ 6-14/4.

ຕອບກັບ

ຂ່າວ/ບົດ​ອື່ນ